ພັນລະຍາຂອງອະດີດປະທານາທິບໍດີ Yasser Arafat ຮຽກຮ້ອງສືບສວນກໍລະນີເສຍຊີວິດຂອງຜົວ
ທ່ານ Yasser Arafat ຍາມຍັງມີຊີວິດ ແລະ ເມຍ
(vovworld) - ທ່ານນາງ Suha Arafat, ພັນລະຍາຂອງອະດີດປະທານາທິບໍດີ ປາແລດຕີນ Yasser Arafat ຫາກໍຝາກໜັງສືຮຽກຮ້ອງເຈົ້າໜ້າທີ່ ຝຣັ່ງສືບສວນກ່ຽວກັບກໍລະນີ ເສຍຊີວິດຂອງຜົວຕົນ ພາຍຫຼັງມີບັນດາຂໍ້ມູນທີ່ຖືວ່າ: ທ່ານ Yasser Arafat ສາມາດຖືກໃສ່ຢາພິດເບື່ອການນຳ Arafat, ແມ່ນຜູ້ເຄີຍໄດ້ຮັບລາງວັນໂນແບວສັນຕິພາບ ຍ້ອນໄດ້ນຳພາການຕໍ່ສູ້ຂອງປະຊາຊົນ ປາແລດຕີນໃນໄລຍະເກືອບ 4 ທົດສະວັດ, ໄດ້ເຖິງແກ່ມໍລະນະກຳເມື່ອວັນທີ 11/11/2004. ຕາມທ່ານ Pierre Olivier Sur, ທະນາຍຄວາມຜູ້ແນະນຳບັນດາລະບຽບການດ້ານນິຕິກຳໃຫ້ທ່ານນາງ Suha Arafat ແລ້ວ ໄດ້ມີເງື່ອນໄຂຢ່າງຄົບຖ້ວນເພື່ອດຳເນີນການສືບສວນ ແລະ ວຽກງານທຳອິດທີ່ຈະຕ້ອງຕ້ອງເຮັດນັ້ນແມ່ນຕ້ອງກຳນົດໄດ້ວ່າ, ມີທາດພິດໃນຕົວຂອງທ່ານ Arafat ຫຼືບໍ່.