ພົນເອກຟຸງກວາງແທງ ຢ້ຽມຢາມ ແລະ ຕອບບຸນແທນຄຸນບັນດາອະດີດການນຳກະຊວງປ້ອງກັນປະເທດ
ທ່ານພົນເອກ ຟຸງກວາງແທງ ມາຢ້ຽມຢາມທ່ານພົນເອກ ເລດຶກແອງ
(ພາບ: Chinhphu.vn)
(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບ (30/04/1975 – 30/04/2015), ຕອນບ່າຍວັນທີ 23/04, ພົນເອກຟຸງກວາງແທງ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດໄດ້ໄປຖະຫວາຍທູບຖຽນ, ດອກໄມ້ ອາໄລຫາພົນເອກ ຫວໍງວຽນຢາບ; ພົນເອກ ວັນຕຽນຢຸງ ແລະ ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ທ່ານພົນເອກ ເລດຶດແອງ; ພົນເອກ ຟ້າມວັນຈ່າ. ນີ້ແມ່ນບັນດາອະດີດລັດຖະມົນຕີວ່າການກະຊວງປ້ອງກັນປະເທດຜ່ານໄລຍະຕ່າງໆ.
ທີ່ແທ່ນບູຊາພົນເອກ ຫວໍງວຽນຢາບ ຢູ່ເຮືອນສ່ວນຕົວ, ທ່ານພົນເອກ ຟຸງກວາງແທງ ໄດ້ກົ້ມຫົວໄວ້ອາໄລ, ສະແດງຄວາມຮູ້ບຸນຄຸນຕໍ່ການປະກອບສ່ວນຢ່າງໃຫຍ່ຫຼວງຂອງພົນເອກ, ຜູ້ບັນຊາການໃຫຍ່ກອງທັບປະຊາຊົນຫວຽດນາມ ຫວໍງວຽນຢາບ ທີ່ມີຕໍ່ພາລະກິດປະຕິວັດຂອງພັກ, ຂອງຊາດ ແລະ ການເຕີບໃຫຍ່ເຂັ້ມແຂງຂອງກອງທັບປະຊາຊົນຫວຽດນາມ.
ຖະຫວາຍທູບທຽນຢູ່ເຮືອນສ່ວນຕົວຂອງພົນເອງ ວັນຕຽນຢຸງ, ພົນເອກຟຸງກວາງແທງ ໄດ້ໄວ້ອາໄລ, ສະແດງຄວາມຮູ້ບຸນຄຸນຕໍ່ການປະກອບສ່ວນຢ່າງໃຫຍ່ຫຼວງຂອງພົນເອກ ວັນຕຽນຢຸງ, ອະດີດຜູ້ບັນຊາການໃຫຍ່ກອງທັບປະຊາຊົນຫວຽດນາມ, ອະດີດລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ແລະ ແມ່ນຜູ້ບັນຊາການໂດຍກົງບັ້ນຮົບ ໂຮ່ຈິມິນ ປະຫວັດສາດ (04/1975).
ເມື່ອຢ້ຽມຢາມທ່ານພົນເອກ ເລດຶກແອງ, ອະດີດປະທານປະເທດ, ອະດີດລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ແລະ ພົນເອກ ຟ້າມວັນຈ່າ, ອະດີດລັດຖະມົນຕີວ່າການກະຊວງປ້ອງກັນປະເທດ, ທ່ານພົນເອກ ຟຸງກວາງແທງ ໄດ້ລາຍງານກ່ຽວກັບບາງໝາກຜົນທີ່ພົ້ນເດັ່ນໃນການປະຕິບັດໜ້າທີ່ສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງພະນັກງານ, ນັກຮົບທົ່ວກອງທັບໃນໄລຍະຜ່ານມາ ແລະ ທິດທາງພັດທະນາຂອງກອງທັບປະຊາຊົນຫວຽດນາມ ໃນໄລຍະຈະມາເຖິງ.