ພົບປະກັບບັນດາແບບຢ່າງທີ່ດີເດ່ັນກ່ຽວກັບການຮ່ຳຮຽນແລະປະຕິບັດຕາມແບບຢ່າງຄຸນສົມບັດໂຮ່ຈີມິນ
(ງານພົບປະແລກປ່ຽນກັບແບບຢ່າງທີ່ດີເດັ່ນໃນການຮ່ຳຮຽນ ແລະ
ປະຕິບັດຕາມແບບຢ່າງຄຸນສົມບັດໂຮ່ຈີມິນ)
(vovworld) - ຕອນບ່າຍວັນທີ 27/03, ຢູ່ນະຄອນ ຫາຍຟ່ອງ, ຄະນະໂຄສະນາສຶກສາສູນກາງ ຈັດຕັ້ງງານພົບປະແລກປ່ຽນກັບແບບຢ່າງທີ່ດີເດັ່ນໃນການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດໂຮ່ຈີມິນໄລຍະ 2011 – 2015. ບັນດາບຸກຄົນດີເດັ່ນໃນການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດໂຮ່ຈີມິນໄລຍະ 2011 – 2015 ໄດ້ພ້ອມກັນແບ່ງປັນບັນດາບົດຮຽນທີ່ດີ, ວິທີການເຮັດວຽກທີ່ມີປະສິດທິຜົນ ເຊິ່ງໄດ້ຮັບການຖອດຖອນມາໄດ້ຈາກວິວັດແຫ່ງການຮ່ຳຮຽນ, ປະຕິບັດງານຂອງບັນດາແບບຢ່າງທີ່ດີເດັ່ນໃນການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດໂຮ່ຈີມິນ. ທ່ານ ຫວູວັນງົນ, ປະທານສະມາຄົມນັກຮົບເກົ່າຕາແສງ ເຕີນເຢີນ, ເມືອງອານຫລາວ, ນະຄອນ ຫາຍຟ່ອງ - ແມ່ນໜຶ່ງໃນບັນດາແບບຢ່າງທີ່ດີເດັ່ນໃນການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດໂຮ່ຈີມິນແບ່ງປັນວ່າ:
“ໂດຍເປັນຫົວໜ້າ, ຂ້າພະເຈົ້າຄິດວ່າ ຕົນເອງຕ້ອງມີຄວາມຂະຫຍັນຂັນເຄື່ອນໃກ້ຊິດຕິດແທດກັບສະພາບຕົວຈິງ, ເປັນເສນາທິການຢ່າງຖືກຕ້ອງເພື່ອໃຫ້ຄະນະພັກອຳນາດການປົກຄອງແກ້ໄຂບັນດາຄວາມຫຍຸ້ງຍາກ. ທີສອງ ຕົນເອງຕ້ອງປຸກລຸກນ້ຳໃຈຂອງນັກຮົບເກົ່າແມ່ນນຳໜ້າເຮັດກ່ອນ, ເປັນແບບຢ່າງ. ທີສາມ ແມ່ນຕ້ອງປະຕິບັດດີວຽກງານໂຄສະນາຂົນຂວາຍເປັນຢ່າງດີ ພິເສດແມ່ນລະບົບໂຄສະນາສຶກສາທຸກຂັ້ນ ເພື່ອປະຕິບັດວຽກງານແນວຄິດໃຫ້ດີ”
ເນື່ອງໃນໂອກາດນີ້, ຄະນະໂຄສະນາສຶກສາສູນກາງໄດ້ມອບຫຼຽນກາລະນຶກຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດໂຮ່ຈີມິນໄລຍະ 2011 - 2015ໃຫ້ບັນດາບຸກຄົນທີ່ດີເດັ່ນ.