ພົບປະນັກປັນຍາຊົນຊາວຫວຽດນາມຢູ່ຕ່າງປະເທດຂະແໜງວິທະຍາສາດ-ເຕັກໂນໂລຢີເນື່ອງໃນໂອກາດຕົ້ນປີ
ເວທີປາໄສຖືກຈັດຕັ້ງໃນວັນທີ 16/2
(ພາບ: khoahocphattrien.vn)
|
(vovworld) – ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ພ້ອມກັບສະມາຄົມຕິດຕໍ່ພົວພັນກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ສົມທົບກັນຈັດຕັ້ງເວທີປາໄສພົບປະກັບນັກປັນຍາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໃນວັນທີ 16/2, ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີວອກ 2016 ດ້ວຍຫົວຂໍ້ວ່າ “ເຊື່ອມຕໍ່ ແລະ ປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງ ຫວຽດນາມ ປີ 2016”. ເຂົ້າຮ່ວມເວທີປາໄສມີຜູ້້ແທນກ່ວາ 80 ຄົນເຊິ່ງແມ່ນນັກປັນຍາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດພາຍໃນປະເທດ ແລະ ຜູ້ຕາງໜ້າການນຳບັນດາກະຊວງ, ຂະແໜງການກ່ຽວຂ້ອງ. ໃນຂອບເຂດເວທີປາໄສ, ບັນດານັກປັນຍາຊົນ ໄດ້ຮັບຊາບຂໍ້ມູນຂ່າວຕ່າງໆກ່ຽວກັບສະພາບການພັດທະນາ, ແຜນນະໂຍບາຍ, ນະໂຍບາຍໃໝ່ຂອງ ຫວຽດນາມ ທີ່ມີຕໍ່ຂົງເຂດວິທະຍາສາດ - ເຕັກໂນໂລຢີ, ບັນດາໂຄງການ, ແຜນການພັດທະນາວິທະຍາສາດ - ເຕັກໂນໂລຢີ ແລະ ຄວາມຮຽກຮ້ອງຕ້ອງການ, ຂົງເຂດຕ້ອງໄດ້ຮັບການລະດົມໃນໄລຍະຈະມາເຖິງ. ທີ່ເວທີປາໄສ, ບັນດາຜູ້ແທນໄດ້ພ້ອມກັນຕີລາຄາກ່ຽວກັບບົດບາດ, ຄວາມສາມາດປະກອບສ່ວນຂອງບັນດານັກປັນຍາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ສຳລັບພາລະກິດພັດທະນາຂະແໜງວິທະຍາສາດ - ເຕັກໂນໂລຢີ ຫວຽດນາມ, ພ້ອມທັງຍົກອອກບັນດາຂໍ້ສະເໜີກ່ຽວກັບແຜນນະໂຍບາຍ, ນະໂຍບາຍລະອຽດເພື່ອແນໃສ່ດຶງດູດຢ່າງກ້ວາງຂວາງ ແລະ ເສີມຂະຫຍາຍແຫຼ່ງພຸມປັນຍາຂອງວົງການນັກປັນຍາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຢ່າງມີປະສິດທິຜົນ ສຳລັບການພັດທະນາຂອງວິທະຍາສາດ - ເຕັກໂນໂລຢີ ເວົ້າສະເພາະ ແລະ ສຳລັບການປ່ຽນໃໝ່, ມີຫົວຄິດປະດິດສ້າງຂອງປະເທດຊາດເວົ້າລວມ.