(ພາບປະກອບ ຈາກ TTXVN)
|
(vovworld) – ວັນທີ 28/3, ຢູ່ແຂວງ ລ້ານເຊີນ, ສືບຕໍ່ດຳເນີນການເຄື່ອນໄຫວຕ່າງໆໃນຂອບເຂດລາຍການພົບປະແລກປ່ຽນມິດຕະພາບລະຫວ່າງກຳລັງປ້ອງກັນປະເທດຢູ່ເຂດຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 3 ປີ 2016. ຕາມລາຍການເຮັດວຽກແລ້ວ, ທ່ານ ຟູ່ງກວາງແທງ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານ ຈ໋າງຢ໋ວານແຈ໋ວນ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ຈີນ ເປັນປະທານຮ່ວມໃນການໂອ້ລົມສົນທະນາມິດຕະພາບ ແລະ ການພົວພັນແລກປ່ຽນດ້ານວັດທະນະທຳ - ສິລະປະ.
ກ່ອນໜ້ານັ້ນ, ວັນທີ 27/3, ໃນການເຈລະຈາຢູ່ ຮ່າໂນ້ຍ, ລັດຖະມົນຕີ 2 ທ່ານໄດ້ເຫັນດີເປັນເອກະສັນໂດຍຖືວ່າ: ການພົວພັນສັງລວມລະຫວ່າງ 2 ປະເທດ ພວມພັດທະນາຕັ້ງໜ້າ, ການຮ່ວມມືປ້ອງກັນປະເທດໃນຊຸມປີຜ່ານມາໄດ້ຮັບການຮັກສາ ແລະ ບັນລຸປະສິດທິຜົນໄດ້ຢ່າງແທດຈິງ.