ການສະແດງສິລະປະໃນລາຍການ
(ພາບ: wn.com.vn)
|
(vovworld) – ຕອນຄຳ່ວັນທີ 10/1, ຢູ່ນະຄອນ ຫວູງເຕົ່າ, ສະມາພັນບັນດາອົງການມິດຕະພາບແຂວງ ບ່າເຮ້ຍ - ຫວູງເຕົ່າ ໄດ້ສົມທົບກັບຄະນະຊາວໜຸ່ມແຂວງ, ຫໍວັດທະນະທຳຊາວໜຸ່ມ ແຂວງ, ອົງການ Habitat ຫວຽດນາມ ແລະ ບໍລິສັດ Posco ຫວຽດນາມ ຈັດຕັ້ງການພົບປະແລກປ່ຽນວັດທະນະທຳຊາວໜຸ່ມ ບ່າເຣ້ຍ - ຫວູງເຕົ່າ ແລະ ຄະນະນັກອະສາສະໝັກ Posco Beyond - ສ. ເກົາຫຼີ ເຂົ້າຮ່ວມການກໍ່ສ້າງເຮືອນໃຫ້ຄົນທຸກຍາກຢູ່ແຂວງ ບ່າເຣ້ຍ - ຫວູງເຕົ່າ, ແຕ່ວັນທີ 3 – 16/1/2016. ທີ່ການພົບປະແລກປ່ຽນ, ບັນດາເພື່ອນໜຸ່ມແຂວງ ບ່າເຣ້ຍ - ຫວູງເຕົ່າ ແລະ ບັນດານັກອາສາສະໝັກ Posco Beyond - ສ. ເກົາຫຼີ ໄດ້ນຳມາໃຫ້ຜູ້ຊົມລາຍການສະແດງສິລະປະທີ່ເຂັ້ມຂົ້ນໄປດ້ວຍສີສັນຊາດຂອງ ຫວຽດນາມ ແລະ ສ. ເກົາຫຼີ. ງານພົບປະແລກປ່ຽນແມ່ນໂອກາດເພື່ອໃຫ້ຊາວໜຸ່ມ 2 ປະເທດ ຫວຽດນາມ - ສ. ເກົາຫຼີ ໄດ້ພົບປະ, ແລກປ່ຽນ ແລະ ຊອກຮູ້ກ່ຽວກັບປະເທດຊາດ, ວັດທະນະທຳ, ປະຊາຊົນຂອງ 2 ປະເທດຢ່າງເລິກເຊິ່ງກ່ວາອີກ.