ພະອາຈານ Thích Giác Nghia ອອກໄປເປັນເຈົ້າອາວາດວັດ Truong Sa

ພະອາຈານ Thích Giác Nghia ອອກໄປເປັນເຈົ້າອາວາດວັດ Truong Sa - ảnh 1

ວັດ​ຢູ່ Truong Sa

(ພາບ:icoe.org.vn)

( vovworld ) – ​ຕອນ​ເຊົ້າວັນ​ທີ 18/4, ພະ​ອາຈານ Thích Giác Nghiaເຈົ້າວາ​ວາດ​ວັດ  Van Duc ນະຄອນ Nha Trang ​ໄດ້​ເດີນທາງ​ອອກ​ຈາກ​ເຂດ​ດິນ​ຕໍ່​ແຜ່ນ ​​ໄປເປັນ​ເຈົ້າອາວາດວັດ  Truong Sa ​ໃຫ່ຍ, ​ເມືອງ​ເກາະ  Truong Sa, ​ແຂວງ Khanh Hoa. ພະ​ອາຈານ Thich Giac Nghia ​ໄດ້​ຮ່ວ​ມ​ເດີນທາງ​ພ້ອມກັບ​ຄະນະຜູ້​ມີ​ຍົດ​ຖາ​ບັນດາສັກ, ຜູ້ຕາງໜ້າ​ສາສະໜາ​ຕ່າງໆ​ໃນ​ທົ່ວປະ​ເທດ 50 ທ່ານ ອອກ​ໄປ​ເກາະ  Truong Sa ​ເນື່ອງ​ໃນ​ໂອກາດ​ລະນຶກ 37 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ເມືອງ​ເກາະ  Truong Sa.  ພະ​ອາຈານ Thich Giac Nghia ​ໃຫ້​ຮູ້​ວ່າ:  “ພວກອາດຕະມາ​ອອ​ກໄປ​ເກາະ Truong Sa ​ເພື່ອ​ເຮັດ​ວຽກ​ງານ​ພຸດທະ​ສາສະໜາ. ສາສະໜາ​ພຸດ​ຢູ່ Truong Sa ກໍ່​ຄື​ກັນ​ກັບ​ໃນ​ເຂດ​ດິນ​ຕໍ່​ແຜ່ນ. ພວກ​ອາດຕະມາ​ອອກ​ໄປ Truong Sa ຄັ້ງນີ້ ​ໃນ​ໂອກາດ​ວັນ​ວິສາຂະບູຊາ ​ແລະ ​ໄດ້​ກະກຽມ​ພິທີ​ນີ້​ຢູ່ Truong Sa ຢ່າງ​ເຂັ້ມງວດ, ສ້າງ​ເວທີ​ໃຫ່ຍຢູ່ Truong Sa ​ເພື່ອສະ​ແດງ​ໃຫ້​ເຫັນ​ວ່າຮາກ​ຖານ​ສາສະໜາ​ພຸດ​ຂອງ Truong Sa ​ໄດ້​ມີ​ການ​ພັດທະນາ ​ແລະ ຄົບ​ຖ້ວນ“.

ຂ່າວ/ບົດ​ອື່ນ