ພະເຈົ້າຈັກກະພັດ Akihito ແລະ ພະມະເຫສີ ຍີ່ປຸ່ນຢ້ຽມຢາມ
ກຸງເກົ່າເຫ້ວ
|
(vovworld)- ສືບຕໍ່ການຢ້ຽມຢາມທາງລັດຖະກິດຫວຽດນາມ, ຕອນເຊົ້າວັນທີ 4/3, ພະເຈົ້າຈັກກະພັດ Akihito ແລະ ພະມະເຫສີ ຍີ່ປຸ່ນ ໄດ້ໄປຢ້ຽມຢາມລາດຊະວັງເຫ້ວ. ພາຍຫລັງຢ້ຽມຢາມ ວັງທາຍຮວາ, ລາດຊະວັງເຫ້ວ, ພະເຈົ້າຈັກກະພັດ Akihito ແລະ ພະມະເຫສີ ຍີ່ປຸ່ນ ໄດ້ຊົມລາຍການສະແດງດົນຕີໃນລາຊະວັງເຫ້ວ ຊື່ງແມ່ນປະເພດດົນຕີມີຈຸດຄ້າຍຄືກັນກັບດົນຕີໃນລາດຊະວັງຂອງຍີ່ປຸ່ນ. ຕາມບັນດາເອກະສານປະຫວັດສາດແລ້ວ, ດົນຕີໃນລາດຊະວັງ ຍີ່ປຸ່ນ ມີການພົວພັນ ແລະ ມີຈຸດທີ່ຄ້າຍຄືກັນກັບດົນຕີໃນລາດຊະວັງເຫ້ວ ແຕ່ສັດຕະວັດທີ 8. ດົນຕີໃນລາດຊະວັງ ຍີ່ປຸ່ນ ເລີ່ມພັດທະນາແຕ່ສັດຕະວັດທີ 10 ຫລັງ ຄສ ແມ່ນການປະສົມປະສານບັນດາທຳນອງ ແລະ ບົດເພງຍີ່ປຸ່ນ ກໍຄືມາຈາກບັນດາປະເທດອື່ນ. ທ່ານ ຟານແທງຫາຍ, ຜູ້ອຳນວຍການສູນອະນຸລັກຮັກສາປູຊະນີຍະສະຖານກຸ່ງເກົ່າເຫ້ວ ໃຫ້ຮູ້ວ່າ:
“ພະເຈົ້າຈັກກະພັດ Akihito ແລະ ພະມະເຫສີ ຍີ່ປຸ່ນ ມີຄວາມຮັກພິເສດຕໍ່ມໍລະດົກ. ປີ 2007, ພວກຂ້າພະເຈົ້າໄດ້ສົ່ງຄະນະນັກສິລະປິນສະແດງດົນຕີໃນລາດຊະວັງຮ່ວມເດີນທາງກັບທ່ານປະທານປະເທດ ຫງວຽນມີງຈຽດ ເຂົ້າສະແດງໃນລາດຊະວັງຢູ່ ໂຕກຽວ. ພະເຈົ້າຈັກກະພັດ Akihito ແລະ ພະມະເຫສີ ຍີ່ປຸ່ນ ມີຄວາມປິຕິຊົມຊື່ນທີ່ສຸດ ເພາະດົນຕີໃນລາດຊະວັງ ຍີ່ປຸ່ນ ແມ່ນມີຕົ້ນກຳເນີດຈາກຫວຽດນາມ. ແຕ່ສັດຕະວັດທີ 8 ມີນັກບວດຫວຽດນາມຜູ້ຫນຶ່ງໄດ້ໄປຍີ່ປຸ່ນ ແລະ ໄດ້ເຜີຍແຜ່ດົນຕີໃນລາດຊະວັງ. ຜ່ານການຢ້ຽມຢາມນີ້ ພະເຈົ້າຈັກກະພັດຈະມີຄວາມເຂົ້າໃຈກ່ຽວກັບມໍລະດົກທີ່ເປັນເອກະລັກສະເພາະ, ອຸດົມສົມບູນຂອງຫວຽດນາມ ຊື່ງໄດ້ຮັບການຮັບຮອງເປັນມໍລະດົກວັດທະນະທຳໂລກ.”