(vovworld) – ພາຍຫຼັງ 30 ປີແຫ່ງການປ່ຽນໃໝ່ຫວຽດນາມ ບັນລຸໄດ້ຜົນງານດ້ານເສດຖະກິດສັງຄົມຫຼາຍຢ່າງ. ນີ້ແມ່ນຄຳເຫັນຂອງບັນດາຜູ້ແທນເວທີປາໄສສະຫຼຸບ 30 ປີແຫ່ງການພັດທະນາເສດຖະກິດຫວຽດນາມ, ໄລຍະ 1986 – 2015, ເຊິງດຳເນີນໃນຕອນເຊົ້າວັນທີ 19/11, ຢູ່ຮ່າໂນ້ຍ. ເວທີປາໄສໂດຍສະຖາບັນເສດຖະກິດຫວຽດນາມ ຈັດຕັ້ງ, ເພື່ອແນໃສ່ຕີລາຄາ, ສະຫຼຸບໝາກຜົນຂອງວິວັດທະນາການປ່ຽນໃໝ່ຂອງປະເທດຊາດໃນໄລຍະຜ່ານມາ. ຕາມບັນດາຜູ້ແທນແລ້ວ, ຫວຽດນາມ ໄດ້ມີການຫັນປ່ຽນຢ່າງແຮງ, ຈາກປະເທດຂາດແຄນທັນຍາຫານ ກາຍເປັນປະເທດສົ່ງອອກທັນຍາຫານໃຫຍ່ກວ່າໝູ່ໃນໂລກ. ພື້ນຖານເສດຖະກິດເຕີມໂຕພໍສົມຄວນເມື່ອທຽບໃສ່ປະເທດຕ່າງໆ, ນັບມັງເມື່ອພື້ນຖານເສດຖະກິດຂອງພາກພື້ນ ແລະ ທົ່ວໂລກປະສົບກັບຄວາມຫຍຸງຍາກ. ໄລ່ລວມໄລຍະ 1990 – 2010, ການເຕີບໂຕ GDP ຂອງປະເທດບັນລຸສະເລ່ຍ 7,3%. ການຫັນປ່ຽນໂຄງປະກອບພື້ນຖານເສດຖະກິດມີບາດກ້າວດີພໍສົມຄວນ, ອັດຕາສ່ວນປະກອບເຂົ້າ GDP ບັນດາຂະແໜງອຸດສາຫະກຳ, ກະສິກຳ ແລະ ການບໍລິການໄດ້ມີການປ່ຽນແປງຕາມທິດເໝາະສົມກັບທ່າອ່ຽງພັດທະນາລວມຂອງໂລກ. ອັດຕາສ່ວນຂອງຂະແໜງກະສິກຳຫຼຸດລົງແຕ່ 38,7% ເມື່ອປີ 1990 ລົງເຫຼືອພຽງ 18,12% ໃນປີ 2014.