ພິໄນກຳຂອງປະທານໂຮ່ຈີມິນ-ແສງສະຫວ່າງຂອງພູມປັນຍາແລະຄວາມເຊື່ອໝັ້ນ
ນັກປະພັນວັນນະຄະດີ ຈູງຈູງດີງ ມອບປື້ມໃຫ້ບັນດາອົງການ, ຫົວໜ່ວຍ
(ພາບ: Nam Hiệp)
(vovworld) – ພິໄນກຳຂອງປະທານໂຮ່ຈີມິນ - ແສງສະຫວ່າງຂອງພູມປັນຍາແລະຄວາມເຊື່ອໝັ້ນ - ແມ່ນຫົວຂໍ້ຂອງກອງປະຊຸມສຳມະນາວິທະຍາສາດເຊິ່ງຈັດຕັ້ງໃນຕອນເຊົ້າວັນທີ 16/8, ຢູ່ນະຄອນ ໂຮ່ຈີມິນ. ມີບົດທາບທາມຄວາມເຫັນກ່ວາ 160 ບົດໄດ້ຝາກມາກອງປະຊຸມສຳມະນາດ້ວຍບັນດາຫົວຂໍ້ຄື: ພິໄນກຳໂຮ່ຈີມິນ - ມໍລະດົກອັນລ້ຳຄ່າຂອງປະເທດຊາດ ແລະ ມະນຸດໃນສະໄໝໃໝ່, ພິໄນກຳໂຮ່ຈີມິນ ມີລັກສະນະໂຄງການການເມືອງຂອງພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ... ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນຢືນຢັນວ່າ: ພິໄນກຳຂອງປະທານ ໂຮ່ຈີມິນ ບໍ່ພຽງແຕ່ແມ່ນເອກະສານມີຄຸນຄ່າດ້ານປະຫວັດສາດເທົ່ານັ້ນ ຫາກຍັງມີຄວາມໝາຍຍຸກສະໄໝຢ່າງເລິກເຊິ່ງອີກດ້ວຍ. ພັກ ແລະ ປະຊາຊົນ ຫວຽດນາມ ຖືພິໄນກຳຂອງປະທານ ໂຮ່ຈີມິນແມ່ນຊັບສົມບັດອັນລ້ຳຄ່າ, ມີຄຸນຄ່າສູງສຸດໃນສ້າງວັດທະນະທຳດ້ານຈິດໃຈຂອງຊາດ. ສາດສະດາຈານ, ດຣ ຮ່ວາງຈີບ໋າວ, ສະມາຊິກສະພາທິດສະດີສູນກາງ, ໄຈ້ແຍກວ່າ:
“ພິໄນກຳຂອງປະທານ ໂຮ່ຈີມິນ ສະແດງໃຫ້ເຫັນນ້ຳໃຈ, ພູມປັນຍາ, ລັກສະນະໝັ້ນຄົງຂອງແນວທາງປະຕິວັດ, ສະແດງຈິດໃຈປ່ຽນໃໝ່ໃນວິວັດທະນາການປະຕິບັດແນວທາງໝັ້ນຄົງ. ມັນສະແດງລັກສະນະກຳນົດທິດໃຫ້ການປະຕິວັດ ຫວຽດນາມ ໃນພາຍພາກໜ້າ.”