( vovworld ) – ວັນທີ 10/5, ພາຍຫຼັງທີ່ທ່ານນາຍົກລັດຖະມົນຕີ Francois Fillon ຍື່ນໜັງສືລາອອກຈາກຕໍາແໜ່ງຢ່າງເປັນທາງການ, ປະເທດຟລັ່ງ ໄດ້ປະກາດພິທີມອບໂອນສິດອຳນາດໃຫ້ທ່ານປະທານາທິບໍດີຟລັ່ງ ຄົນໃໝ່ Francois Hollande ເຊິ່ງຈະດຳເນີນໄປໃນວັນທີ 15/5 ຈະມາເຖິງ. ວັນທີ 16/5, ລັດຖະບານໃໝ່ຈະໄດ້ຮັບການປະກາດຢ່າງເປັນທາງການ. ທ່ານປະທານາທິບໍດີ Francois Hollande ໄດ້ຖະແຫຼງວ່າ ຈະໄປເຢຍລະມັນ ໃນວັນທີ 3, ພາຍຫຼັງທີ່ໄດ້ຮັບມອບໂອນສິດອຳນາດ. ການພົວພັນລະຫວ່າງຟລັ່ງ - ເຢຍລະມັນ ແລະ ວິກິດການຂອງເອີລົບ ໄດ້ຮັບບຸລິມະສິດອັນດັບໜື່ງຈາກທ່ານປະທານາທິບໍດີຟລັ່ງ ຄົນໃໝ່. ໃນການພົວພັນລະຫວ່າງຟລັ່ງ - ເຢຍລະມັນ, ທ່ານ Hollande ຍ້ອມຮັບວ່າ ຍັງມີຫຼາຍສິ່ງທີ່ບໍ່ທັນເປັນເອກະພາບນຳກັນ. ສອງຝ່າຍຈຳເປັນຕ້ອງມີການໂອ້ລົມສົນທະນາເພື່ອພ້ອມກັນຊອກຫາມາດຕະການແກ້ໄຂວິກິດການເອີລົບ, ພິເສດແມ່ນວິກິດການຂອງເກຼັກ.