ຟີລິບປິນສະໜັບສະໜູນຫຼັກໝັ້ນຂອງອາເມລິກາຢູ່ທະເລຕາເວັນອອກ
(VOVWORLD) -ທ່ານLozenzana ລັດຖະມົນຕກະຊວງປ້ອງກັນປະເທດ ຟີລິບປິນຢ້ຳຄືນຄຳຮຽກຮ້ອງປັກກິ່ງປະຕິບັດຕາມຄຳຕັດສິນຂອງສານສາກົນໃນປີ 2016 ໃນເຫດການຮ້ອງຟ້ອງຂອງຟີລິບປິນ ແລະ ກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982,
ທ່ານ Lozenzana ລັດຖະມົນຕກະຊວງປ້ອງກັນປະເທດ ຟີລິບປິນ (ພາບ: Rappler) |
ພາຍຫຼັງທ່ານ Mike Pompeo ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ ຍົກອອກຖະແຫຼງການກ່ຽວກັບຫຼັກໝັ້ນຂອງອາເມລິກາ ທີ່ມີຕໍ່ບັນດາຄຳທວງຮຽກສິດໃນການເດີນເຮືອ ຢູ່ທະເລຕາເວັນອອກ” ປະຕິເສດບັນດາຄຳທວງຮຽກສິດອະທິປະໄຕຂອງຈີນຢູ່ເຂດທະເລນີ້ເກືອບທັງໝົດ, ວັນທີ14 ກໍລະກົດ, ທ່ານ Lozenzana ລັດຖະມົນຕກະຊວງປ້ອງກັນປະເທດ ຟີລິບປິນ ໃຫ້ຮູ້ວ່າ ຟີລິບປິນ “ເຫັນດີກັບຫຼັກໝັ້ນຂອງປະຊາຊົນສາກົນທີ່ວ່າ ຕ້ອງມີຄວາມແນ່ນອນກ່ຽວກັບບັນດາຫຼັກການຢູ່ທະເລຕາເວັນອອກ”. ທ່ານກໍ່ຢ້ຳຄືນຄຳຮຽກຮ້ອງປັກກິ່ງປະຕິບັດຕາມຄຳຕັດສິນຂອງສານສາກົນໃນປີ 2016 ໃນເຫດການຮ້ອງຟ້ອງຂອງຟີລິບປິນ ແລະ ກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982, ເຈົ້າໜ້າທີ່ປ້ອງກັນຊາດຟິລິບປິນໄດ້ສະແດງຄວາມວິຕົກວົນກ່ຽວກັບບັນດາການຊ້ອມຮົບຂອງຈີນຢູ່ທະເລຕາເວັນອອກ ແລະໃຫ້ຮູ້ວ່າ ປະເທດນີ້ພວມຊຸກຍູ້ການສ້າງ “ກົດແຫ່ງການປະພຶດຢູ່ທະເລຕາເວັນອອກ” (COC) ໃຫ້ສົມບູນແບບ ເພື່ອສະກັດກັ້ນຄວາມເຄັ່ງຕຶງ ພວມປິນຊັ້ນໄດຢູ່ທີ່ນີ້.
ໃນຂະນະນັ້ນ, ທ່ານ Teuku Faizasyah ໂຄສົກກະຊວງການຕ່າງປະເທດ ອິນໂດເນເຊຍຖືວ່າ ບໍ່ວ່າການສະໜັບສະໜູນໃດຕໍ່ສິດ ແລະ ຜົນປະໂຫຍດຂອງ ອິນໂດເນເຊຍໃນເຂດທະເລ Natuana ແມ່ນສິ່ງທີ່ສອດຄ່ອງທີ່ສຸດ.ບັນດາຄຳຖະແຫຼງການກ່ຽວກັບອະທິປະໄຕແບບພຽງລຳພັງຝ່າຍດຽວຂອງຈີນຢູ່ທະເລຕາເວັນອອກແມ່ນບໍ່ມີພື້ນຖານນິຕິກຳ ແລະ ບໍ່ເຄີຍໄດ້ຮັບການຢັ້ງຢືນຈາກກົດໝາຍສາກົນຈັກເທື່ອ.