ຟີລິບປິນຮຽກຮ້ອງໃຫ້ຈີນປະຕິບັດຕາມຄຳຕັດສິນຂອງ PCA ກ່ຽວກັບທະເລຕາເວັນອອກ
(VOVWORLD) -ວັນທີ 12 ກໍລະກົດ, ຟີລິບປິນໄດ້ກ່ານຢ້ຳຄືນ ຄຳຮຽກຮ້ອງໃຫ້ປະຕິບັດຕາມຄຳຕັດສິນຂອງສານກຳມະການ La Haye (ໂຮນລັງ) (PCA) ໃນ 4 ປີກ່ອນນີ້, ໃນນັ້ນໄດ້ປະຕິເສດບັນດາຄຳຮຽກສິດຂອງຈີນຢູ່ທະເລຕາເວັນອອກ.
ຊາບຟີລິບປິນສະແດງຄວາມຊົມເຊີຍຕໍ່ຄຳຕັດສິນຂອງ PCA (ພາບ: EPA) |
ທ່ານ Teodoro Locsin ລັດຖະມົນຕີກະຊວງການຕ່າງປະເທດຟີລິບປິນໄດ້ຍົກອອກຄຳຮຽກຮ້ອງດັ່ງກ່າວໃນໂອກາດ 4 ປີແຫ່ງວັນ PCA ອອກຄຳຕັດສິນດັ່ງກ່າວ(ວັນທີ 12 ກໍລະກົດ 2016).
ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ຟີລິບປິນ ໄດ້ຢັ້ງຢືນວ່າ ຄຳຕັດສິນຂອງ PCA ໄດ້ແກ້ໄຂ ບັນຫາສິດປະຫວັດສາດ ແລະ ບັນດາສິດໃນການເດີນເຮືອຢູ່ທະເລຕາເວັນອອກບົນພື້ນຖານສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982ຢ່າງສົມເຫດສົມຜົນ. ທ່ານ ໄດ້ຊີ້ແຈ້ງວ່າ ຄຳຕັດສິນດັ່ງກ່າວ ບໍ່ອາດຈະຜ່ອນສັ້ນຜ່ອນຍາວໄດ້. ສານໄດ້ຕັດສິນວ່າ ບັນດາຄຳຮຽກສິດຂອງຈີນກ່ຽວກັບສິດປະຫວັດສາດສຳລັບບັນດາຊັບພະຍາກອນໃນເຂດທະເລດັ່ງກ່າວແມ່ນບໍ່ມີພື້ນຖານນິຕິກຳ.