ຟີລິບປີນ ຢັ້ງຢືນບໍ່ເຈລະຈາກັບກຳລັງກະບົດອິດສະລາມ
(VOVWORLD) - ວັນທີ 27 ມິຖຸນາ, ລັດຖະບານ ຟີລິບປີນ ເດັດດ່ຽວຮັກສານະໂຍບາຍບໍ່ເຈລະຈາກັບບັນດາກຳລັງອິດສະລາມຫົວຮຸນແຮງທີ່ມີການພົວພັນກັບອົງການກໍ່ການຮ້າຍ “ລັດອິດສະລາມ” (IS) ພວມຊ້ອນຕົວຢູ່ນະຄອນ ມາຣາວີ ທາງພາກໃຕ້ປະເທດນີ້
ກອງທັບ ຟີລິບປີນ (ພາບປະກອບ / TTXVN) |
ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ທຳນຽບປະທານາທິບໍດີ Malacanang, ໂຄສົກຂອງປະທານາທິບໍດີ ຟີລິບປິນ ທ່ານ Ernesto Abella ໃຫ້ຮູ້ວ່າ ຫົວໂປ່ຂອງກຳລັງອິດສະລາມໃນວັນທີ 25 ມິຖຸນາ ໄດ້ຍົກອອກຄຳຮຽກຮ້ອງເຈລະຈາ ເພື່ອປ່ອຍຕົວປະກັນ 150 ຄົນ ພວມຖືກກັກຕົວຢູ່ ມາຣາວີ ເນື່ອງໃນໂອກາດງານບຸນ Eid-Al-Fitr ບໍ່ໄດ້ຮັບຄວາມເຫັນດີຈາກລັດຖະບານ, ແລະ ບັນດາການນຳການເມືອງ ແລະ ການທະຫານ. ທ່ານ Abella ເນັ້ນໜັກວ່າ ລັດຖະບານ ຟີລິບປີນ ຈະລົງໂທດບັນດາເປົ້າໝາຍກໍ່ການຮ້າຍ, ພວມກໍ່ຄວາມຂາດສະຖຽນລະພາບຢູ່ພາກໃຕ້ປະເທດນີ້ ແລະ ເຮັດໃຫ້ສາມັນຊົນ 200.000 ຄົນຕ້ອງຍົກຍ້າຍໄປບ່ອນອື່ນ.