ມີກວ່າ 3 ໝື່ນຄົນມາທ່ຽວຊົມ Festival ຊຸດເສື້ອຍາວຮ່າໂນ້ຍ
(Festival ຊຸດເສື້ອຍາວຮ່າໂນ້ຍ)
(vovworld) - ຕອນຄ່ຳວັນທີ 16/10, ທີ່ພິທີອັດງານ Festival ຊຸດເສື້ອຍາວຮ່າໂນ້ຍ ປີ 2016, ທ່ານໂງວັນກຸ໋ຍ, ຮອງປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ: ພາຍຫຼັງຈັດຕັ້ງເປັນເວລາ 3 ວັນ, Festival ຊຸດເສື້ອຍາວຮ່າໂນ້ຍ 2016 ໄດ້ດຶງດູດກວ່າ 3 ໝື່ນຄົນມາຢ້ຽມຊົມ, ເຂົ້າຮ່ວມບັນດາການເຄື່ອນໄຫວວັດທະນະທຳ, ການທ່ອງທ່ຽວ. ມີການເຄື່ອນໄຫວຫຼາຍຢ່າງທີ່ໄດ້ເຊີດຊູຊຸດເສື້ອຍາວຫວຽດນາມ, ປະກອບສ່ວນອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳຂອງຊາດຄື: ລາຍການສະແດງຊຸດເສື້ອຍາວຮ່າໂນ້ຍ, ກອງປະຊຸມສຳມະນາກ່ຽວກັບການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຊຸດເສື້ອຍາວທີ່ເປັນມູນເຊື້ອໃນການພັດທະນາການທ່ອງທ່ຽວ, ການສວນສະໜາມດ້ວຍຫົວຂໍ້ຊຸດເສື້ອຍາວ... Festival ຊຸດເສື້ອຍາວຮ່າໂນ້ຍ 2016 ມີການເຂົ້າຮ່ວມຂອງບັນດາເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າບັນດາສະຖານທູດປະເທດຕ່າງໆ, ບັນດາອົງການຈັດຕັ້ງສາກົນປະຈຳຫວຽດນາມ, ບັນດານັກຄົ້ນຄວ້າ, ສະສົມຮຽບຮຽງ, ບັນດານັກສິລະປີນ… ຂອງຮ່າໂນ້ຍ ແລະ ບັນດາແຂວງ, ນະຄອນໃນທົ່ວປະເທດ.