ມົດສະກູກ່າວເຕືອນISມີກົນອຸບາຍລອບຈັບຕົວພົນລະເມືອງລັດເຊຍຢູ່ຕວກກີ
(ພາບປະກອບ: AFP)
(vovworld) – ວັນທີ 27/01, ອົງການທ່ອງທ່ຽວສະຫະພັນລັດເຊຍ ໄດ້ປະກາດຄຳກ່າວເຕືອນ ກ່ຽວກັບເລື່ອງບັນດາພາກສ່ວນຕໍ່ສູ້ເພື່ອສາສະໜາຂຶ້ນກັບອົງການລັດອິດສະລາມ (IS) ອ້າງຊື່ເອງ ພວມສ້າງແຜນການລອບຈັບຕົວພົນລະເມືອງຂອງປະເທດນີ້ຢູ່ຕວກກີ. ແຈ້ງການໃຫ້ຮູ້ວ່າ, ຕາມແຫຼ່ງຂ່າວຈາກບັນດາອົງການທີ່ກ່ຽວຂ້ອງ, ບັນດາຫົວໂປຂອງກຸ່ມກໍ່ການຮ້າຍ IS ພວມມີແຜນການລອບຈັບຕົວພົນລະເມືອງລັດເຊຍ ຢູ່ຕວກກີ ເປັນຕົວປະກັນ, ຫຼັງຈາກນັ້ນຈະນຳເຂົາເຈົ້າໄປຍັງເຂດດິນແດນໂດຍ IS ຄວບຄຸມ ແລ້ວປະຕິບັດການ “ປະຫານຊີວິດຢ່າງເປີດເຜີຍ”. ຊ້ຳບໍ່ໜຳ, ບັນດາຕົວປະກັນເຫຼົ່ານີ້ຈະຖືກໃຊ້ “ເປັນແຜ່ນກຳບັງ” ຕ້ານຄືນລັດຖະບານຊີຣີ ແລະ ບັນດາກຳລັງສຳພັນທະມິດ.