ມີນັກທ່ອງທ່ຽວກວ່າ26.000ເທື່ອຄົນຢ້ຽມຢາມອ່າວຫ້າລອງໃນໂອກາດປີໃໝ່ສາກົນ
(ພາບປະກອບ: baoquangninh.com.vn)
(vovworld) - ຕາມຂໍ້ມູນຂ່າວຈາກອົງການຄຸ້ມຄອງທາງແມ່ນ້ຳພາຍໃນປະເທດແຂວງກວາງນິງ ແລ້ວ, ໃນລະຫວ່າງວັນທີ 31/12/2016 – 01/01/2017, ມີກ່ຳປັ່ນກວ່າ 1.100 ລຳໄດ້ຂົນສົ່ງນັກທ່ອງທ່ຽວມາຢ້ຽມຢາມອ່າວຫ້າລອງ, ຕົ້ນຕໍ່ແມ່ນນັກທ່ອງທ່ຽວສາກົນ, ເພີ່ມຂຶ້ນ 50% ເມື່ອທຽບໃສ່ໂອກາດປີໃໝ່ສາກົນ 2016. ເພື່ອເພີ່ມທະວີວຽກງານຮັບປະກັນໃຫ້ນັກທ່ອງທ່ຽວຢ້ຽມຢາມອ່າວຫ້າລອງ, ກ່ອນນັ້ນ, ອົງການຄຸ້ມຄອງທາງແມ່ນ້ຳພາຍໃນປະເທດແຂວງກວາງນິງ ໄດ້ກວດກາບັນດາກ່ຳປັ່ນຂົນສົ່ງນັກທ່ອງທ່ຽວຢ້ຽມຢາມອ່າວ ແລະ ຮຽກຮ້ອງໃຫ້ບັນດາວິສາຫະກິດປະຕິບັດບັນດາຂໍ້ກຳນົດກ່ຽວກັບການຮັບປະກັນຄວາມປອດໄພທາງຄົມມະນາຄົມທາງແມ່ນ້ຳ; ຍົກສູງຈິດໃຈ, ໜ້າທີ່ຮັບຜິດຊອບຮັບໃຊ້ນັກທ່ອງທ່ຽວ.