(vovworld) – ງານຕະຫຼາດນັດການຄ້າເຂດຊາຍແດນດ້ຽນບຽນ ປີ 2016 ດ້ວຍຫົວຂໍ້ວ່າ “ຊົມເຊີຍພັກ, ຊົມເຊີຍລະດູບານໃໝ່, ຂ່ຳນັບຮັບຕ້ອນວັນສ້າງຕັ້ງປະຊາຄົມເສດຖະກິດອາຊຽນ”, ຖືກໄຂຂຶ້ນໃນຕອນຄ່ຳວັນທີ 06/01, ຢູ່ນະຄອນດ້ຽນບຽນຟຸ. ເຂົ້າຮ່ວມງານຕະຫຼາດນັດມີວິສາຫະກິດຢູ່ພາຍໃນປະເທດ ແລະ ຕ່າງປະເທດກວ່າ 100 ແຫ່ງ, ດ້ວຍຮ້ານວາງສະແດງສິນຄ້າ 160 ຮ້ານ; ໃນນັ້ນມີຮ້ານວາງສະແດງສິນຄ້າ 40 ຮ້ານຂອງບັນດາແຂວງຄື: ຫຼວງນ້ຳທາ, ຫຼວງພະບາງ (ປະເທດລາວ) ແລະ ແຂວງ ນານ (ຂອງໄທ). ບັນດາຜະລິດຕະພັນຕົ້ນຕໍ່ທີ່ໄດ້ຮັບການແນະນຳຢູ່ງານຕະຫຼາດນັດແມ່ນສິນຄ້າອຸດສາຫະກຳ, ຜະລິດຕະພັນກະເສດ, ອາການປຸງແຕ່ງ, ເຄື່ອງເອເລກໂຕນິກ, ເຄື່ອງຕຳແຜ່ນຕັດຫຍິບ… ງານຕະຫຼາດນັດແມ່ນເພື່ອໂຄສະນາພາບພົດ, ຄວາມສາມາດບົ່ມຊ້ອນດ້ານເສດຖະກິດ - ສັງຄົມຂອງແຂວງດ້ຽນບຽນ; ໜູນຊ່ວຍບັນດາວິສາຫະກິດເພີ່ມທະວີວຽກງານສົ່ງເສີມດ້ານການຄ້າ, ຍູ້ແຮງການໂຄສະນາຜະລິດຕະພັນສິນຄ້າ, ການບໍລິການ; ຊອກຫາກາລະໂອກາດຮ່ວມມືລົງທຶນ, ຮ່ວມທຸລະກິດ, ຮ່ວມສຳພັນພັດທະນາການຜະລິດອຸດສາຫະກຳ ແລະ ດຳເນີນທຸລະກິດດ້ານການຄ້າ, ການບໍລິການຂອງບັນດາແຂວງທາງທິດຕາເວັນຕົກສ່ຽງເໜືອ ໃຫ້ບັນດາແຂວງ, ນະຄອນໃນທົ່ວປະເທດ ແລະ ບັນດາປະເທດໃນໂລກ, ພິເສດແມ່ນລາວ, ໄທ ແລະ ບັນດາປະເທດໃນກຸ່ມອາຊຽນ. ງານຕະຫຼາດນັດຈະສິ້ນສຸດລົງໃນວັນທີ 13/01.