ມືປືນ IS
ພາບປະກອບ: internet
|
(vovworld)- ໃນເວລາ 24 ຊົ່ວໂມງ, ມືປືນ IS 75 ຄົນ ຖືກດັບສູນ ເມື່ອກຳລັງປ້ອງກັນຄວາມສະຫງົບ ອີຣັກ ຍາດໄດ້ສິດຄວບຄຸມຢູ່ 2 ເຂດ ທາງທິດຕາເວັນອອກນະຄອນ Ramadi ເມືອງເອກແຂວງ Anbar, ພາກຕາເວັນຕົກ ອີຣັກ. ຢູ່ເຂດດັ່ງກ່າວ, ມີມືປືນ IS 43 ຄົນຖືກດັບສູນ. ໃນວັນດຽວກັນ, ກຳລັງທະຫານລັດຖະບານອີຣັກ ພ້ອມກັບພົບທະຫານ ຊາວຊັນນີ ໄດ້ປະທະກັນກັບ IS ຢູ່ເມືອງ Juwiba ທາງທິດຕາເວັນອອກນະຄອນ Ramadi ຫ່າງຈາກນະຄອນຫລວງ ແບກແດດ ທາງທິດຕາເວັນຕົກ ປະມານ 110 ກິໂລແມັດ. ທະຫານລັດຖະບານຍາດໄດ້ສິດຄວບຄຸມຢູ່ເຂດນີ້ ແລະ ດັບສູນມືປືນ IS ຢ່າງຫນ້ອຍສຸດ 25 ຄົນ.