ງານຕະຫຼາດນັດອາຊຽນ - ຈີນຄັ້ງທີ 12
(ພາບ: ແທງຕູງ)
(vovworld) - ງານຕະຫຼາດນັດອາຊຽນ - ຈີນຄັ້ງທີ13 (CAEXPO 2016) ຈະໄຂຂຶ້ນຢ່າງເປັນທາງການຢູ່ໜາມໜິງ, ເຂດປົກຄອງດ້ວຍຕົນເອງຈວາງ, ແຂວງ ກວາງສີ, ປະເທດ ຈີນ ໃນຕອນເຊົ້າວັນທີ 11/9. ນີ້ແມ່ນເຫດການແລກປ່ຽນດ້ານການຄ້າທີ່ມີຂອບຂະໜາດໃຫຍ່, ເຊິ່ງຖືກຈັດຕັ້ງປະຈຳປີ, ເພື່ອແນະນຳບັນດາຜະລິດຕະພັນ ແລະ ການບໍລິການທີ່ມີທ່າແຮງຂອງ ຈີນ ແລະ ບັນດາປະເທດ ອາຊຽນ. ພິເສດ, ຫວຽດນາມ ໃນບົດບາດເປັນ “ປະເທດກິຕິມະສັກ“ ຢູ່ CAEXPO 2016 ຈະມີກາລະໂອກາດດຶງດູດຄວາມສົນໃຈຈາກບັນດາລຸກຄ້າສາກົນກວ່າອີກ ແລະ ມີແງ່ຫວັງເປີດກວ້າງຢູ່ບັນດາຕະຫຼາດໃໝ່. ຮ້ານວາງສະແດງແຫ່ງຊາດ ດ້ວຍ ຫົວຂໍ້ວ່າ “ນະຄອນທີ່ສວຍງາມ“ຂອງ ຫວຽດນາມ ຈະນຳເອົາສານທີ່ວ່າ “ບວນມາທວດ - ເມືອງເອກຂອງກາເຟອາຊີ“ ໄດ້ແນະນຳກ່ຽວກັບວັດທະນະທຳທີ່ເປັນເອກະລັກສະເພາະຂອງ ໄຕງວຽນ ກໍ່ຄືບັນດາເລື່ອງລາວກ່ຽວກັບ ກາເຟຂອງ ຫວຽດນາມ, ນີ້ບໍ່ພຽງແຕ່ໂຄສະນາວັດທະນະທຳເທົ່ານັ້ນ, ຫາກຍັງແມ່ນພື້ນຖານເພື່ອພັດທະນາໜຶ່ງໃນບັນດາຜະລິດຕະພັນປາຍແຫຼມຂອງປະເທດຊາດ. ເຂົ້າຮ່ວມ CAEXPO 2016, ຫວຽດນາມມີ 137 ວິສາຫະກິດທີ່ມາຈາກ 19 ແຂວງ, ນະຄອນໃນທົ່ວປະເທດ, ເຊິ່ງໄດ້ວາງສະແດງສິນຄ້າຢູ່ 237 ຮ້ານ, ດ້ວຍເນື້ອທີ່ທັງໝົດແມ່ນກວ່າ 5.000 ຕາແມັດ.