ມີວິ​ສາ​ຫະກິດເກືອບ 200ແຫ່ງ ​ເຂົ້າ​ຮ່ວມ​ງານ​ຕະຫຼາດ​ນັດ​ສິນ​ຄ້າ​ຫວຽດ​ນາ​ມ

(VOVWORLD) -ຕອນຄ່ຳວັນທີ 4 ທັນວາ, ທີ່ ສູນງານຕະຫຼາດນັດ, ງານວາງສະແດງນະຄອນດາໜັງ, ໄດ້ເປີດງານຕະຫຼາດນັດສິນຄ້າຫວຽດນາມປີ 2019.
ມີວິ​ສາ​ຫະກິດເກືອບ 200ແຫ່ງ ​ເຂົ້າ​ຮ່ວມ​ງານ​ຕະຫຼາດ​ນັດ​ສິນ​ຄ້າ​ຫວຽດ​ນາ​ມ - ảnh 1ພິທີເປີດງານຕະຫຼາດນັດສິນຄ້າຫວຽດນາມປີ 2019 (ພາບ: VOV)

        ງານຕະຫຼາດນັດໄດ້ດຶງດູດການເຂົ້າຮ່ວມກວ່າ 350 ຮ້ານຂອງບັນດາວິສາຫະກິດໃນປະເທດເກືອບ 200 ແຫ່ງ, ວາງສະແດງບັນດາຜະລິດຕະພັນໄຟຟ້າ, ເອເລັກໂຕຼນິກ, ເຄື່ອງທີ່ເຟີນີເຈີ, ເຄື່ອງຕົບແຕ່ງພາຍໃນ, ເຄື່ອງຫັດຖະກຳສິລະປະກຳແລະເຄື່ອງໃຊ້ສອຍ… ທ່ານຫງວຽນຮ່າບັ໋ກ, ຫົວໜ້າພະແນກອຸດສາຫະກຳການຄ້ານະຄອນດາໜັງ, ຫົວໜ້າຄະນະຈັດຕັ້ງງານຕະຫຼາດນັດສິນຄ້າຫວຽດນາມປີ 2019 ໃຫ້ຮູ້ວ່າ:

ງານຕະຫຼາດນັດສິນຄ້າຫວຽດນາມ ປີ 2019 ມີຈຸດໃໝ່ອ່ຽມແມ່ນ ການເຂົ້າຮ່ວມຂອງເຄື່ອງຫັດຖະກຳສິລະປະກຳກໍ່ຄືຜະລິດຕະພັນທີ່ເປັນມູນເຊື້ອຂອງພີ່ນ້ອງຊາວເກີຕູ່ ເມືອງ ຮ່ວາວາງ, ບັນດາສິນຄ້າມີຄວາມຫຼາກຫຼາຍກວ່າເມື່ອທຽບໃສ່ທຸກປີ. ງານຕະຫຼາດນັດດັ່ງກ່າວແມ່ນສະຖານທີ່ເພື່ອໃຫ້ບັນດາວິສາຫະກິດແນະນຳຜະລິດຕະພັນກັບຊາວນະຄອນກໍ່ຄືເປັນຊ່ອງທາງເຊື່ອມຕໍ່ລະຫວ່າງບັນດາວິສາຫະກິດ ກັບ ວິສາຫະກິດເພື່ອເປີດກວ້າງການພົວພັນການຄ້າເພີ່ມທະວີການເຄື່ອນໄຫວດ້ານການຄ້າ

        ງານຕະຫຼາດນັດດັ່ງກ່າວ ຍັງມີເຂດວາງສະແດງພິສູດຜະລິດຕະພັນຂອງແທ້-ຜະລິດຕະພັນປອມແປງຂອງກົມຄຸ້ມຄອງຕະຫຼາດດາໜັງ, ຊ່ວຍໃຫ້ຜູ້ຊົມໃຊ້ໄຈ້ແຍກຜະລິດຕະພັນຂອງແທ້ ແລະ ຜະລິດຕະພັນປອມແປງ, ເຊິ່ງແມ່ນໂອກາດອັນດີເພື່ອໃຫ້ບັນດາວິສາຫະກິດພົບປະ, ແລກປ່ຽນ, ຊອກຮູ້ກາລະໂອກາດການຮ່ວມມື, ດຳເນີນທຸລະກິດ; ພ້ອມດຽວກັນນັ້ນ, ກໍ່ໄດ້ແນະນຳ, ໂຄສະນາເຜີຍແຜ່ບັນດາຜະລິດຕະພັນຍີ່ຫໍ້ຫວຽດນາມໃຫ້ແກ່ຜູ້ຊົມໃຊ້./.

ຕອບກັບ

ຂ່າວ/ບົດ​ອື່ນ