Festival ເຫ້ວ ປີ 2016 ຈະດຶງດູດນັກທ່ອງທ່ຽວເປັນຈຳນວນຫລວງຫລາຍ
ພາບ:phapluat
|
(vovworld)- ມາຮອດຈຸດເວລານີ້, ປະຈຸບັນ Festival ເຫ້ວ 2016 ສຳເລັດບັນດາວຽກງານກະກຽມໃຫ້ແກ່ພິທີໄຂ. ໂດຍດຳເນີນໄປແຕ່ວັນທີ 29/4- 4/5, Festival ເຫ້ວ ປີ 2016 ມຸ່ງໄປເຖິງພິທີສະເຫລີມສະຫລອງ 720 ປີແຫ່ງວັນສ້າງຕັ້ງ ທ້ວນຮວາ - ຟູຊວນ - ເທື່ອທຽນເຫ້ວ, ດ້ວຍຫົວຂໍ້ “ມໍລະດົກວັດທະນະທຳກັບການເຊື່ອມໂຍງ ແລະ ພັດທະນາ”. ນີ້ແມ່ນ Festival ຄັ້ງທີ 9 ໄດ້ຮັບການຈັດຕັ້ງຂຶ້ນ ດ້ວຍລະດັບຊາດ ແລະ ສາກົນ ໂດຍມີການເຂົ້າຮ່ວມຂອງກອງສິລະປະ, ນັກສິລະປິນດີເດັ່ນທີ່ມາຈາກຫລາຍປະເທດໃນບັນດາທະວີບ. ທ່ານ ຫງວຽນຢູງ, ຮອງປະທານ ຄະນະກຳມະການປະຊາຊົນ ແຂວງ ເທື່ອທຽນເຫ້ວ, ຫົວຫນ້າຄະນະຈັດຕັ້ງ Festival ເຫ້ວ ປີ 2016 ໃຫ້ຮູ້ວ່າ:
“ໃນຈຸດເວລານີ້ ໄດ້ມີ 18 ປະເທດ ດ້ວຍ 22 ກອງສິລະປະ ເພື່ອສະແດງໃນ Festival ເຫ້ວ 2016, ໃນນັ້ນ ມີ 12 ຫົວຫນ່ວຍພາຍໃນປະເທດ. ບັນດາລາຍການກໍໄດ້ຮັບຮອງເອົາແລ້ວ. ສຳລັບ Festival ຄັ້ງນີ້ ພວກຂ້າພະເຈົ້າພະຍາຍາມຮັກສາສີສັນວັດທະນະທຳທີ່ເປັນມູນເຊື້ອຂອງ ເທື່ອທຽນເຫ້ວ.”