(VOVWORLD) -ກອງປະຊຸມສຸດຍອດວິສາຫະກິດ APEC – APEC CEO Summit ສືບຕໍ່ດຳເນີນໃນຕອນເຊົ້າວັນທີ 10 ຕຸລາ ດ້ວຍວາລະປຶກສາຫາລືບັນດາຫົວເລື່ອງທີ່ຮ້ອນເຮັ່ງໃນໂລກປະຈຸບັນຄື:
ຜູ້ແທນເຂົ້າຮ່ວມວາລະໂອ້ລົມສົນທະນາ
ພາບ:
|
“ນຳໃຊ້ແຫລ່ງຊັບພະຍາກອນທຳມະຊາດ ແລະ ການເຕີບໂຕແບບຍືນຍົງຢ່າງມີປະສິດທິຜົນ”, “ເຕັກໂນໂລຊີສ້າງບັນດາກາລະໂອກາດເສດຖະກິດ, “ການໂອ້ລົມສົນທະນາກ່ຽວກັບວິໄສທັດ APEC ກ່ອນປີ 2020”. ທ່ານນາງນາຍົກລັດຖະມົນຕີ ນິວເຊີແລນ Jacinda Arden, ນາຍົກລັດຖະມົນຕີ ອົດສະຕາລີ Malcolm Turnbull, ນາຍົກລັດຖະມົນຕີ ມາເລເຊຍ, ຜູ້ອຳນວຍການຝ່າຍບໍລິຫານ Facebook Sheryl Sandberg ແມ່ນບັນດານັກປາຖະກະຖາຕົ້ນຕໍທີ່ບັນດາວາລະໂອ້ລົມສົນທະນາກັບບັນດາວິສາຫະກິດ APEC.
ທີ່ວາລະປຶກສາຫາລື “ການນຳໃຊ້ຊັບພະຍາກອນທຳມະຊາດຢ່າງມີປະສິດທິຜົນ ແລະ ການເຕີບໂຕແບບຍືນຍົງ”, ເນື້ອໃນການປຶກສາຫາລືໄດ້ຮັບຄວາມສົນໃຈໃນສະພາບການໂລກ ພວມຊອກຫາວິທີເພື່ອຫລຸດຜ່ອນບັນດາການກະທົບຈາກການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ ຍັງຄົງຮັກສາການເຕີບໂຕໃຫ້ແກ່ພື້ນຖານເສດຖະກິດ. ທ່ານນາງນາຍົກລັດຖະມົນຕີ ນິວເຊີແລນ Jacinda Arden ໄດ້ເນັ້ນຫນັກຢ່າງແຮງເຖິງການປ່ຽນແປງຂອງດິນຟ້າອາກາດ ແມ່ນສິ່ງທ້າທາຍໃຫຍ່ທີ່ສຸດ ແລະ ຍາວນານທີ່ສຸດສຳລັບການພັດທະນາເສດຖະກິດທົ່ວໂລກ ແລະ ບັນດາປະເທດ, ແລະຖືວ່າ ພາກພື້ນ ອາຊີ - ປາຊີຟິກ ຕ້ອງກະກຽມຍຸດທະສາດເສດຖະກິດ ແລະ ຂຸດຄົ້ນຊັບພະຍາກອນທຳມະຊາດແທດເໝະກັບການປ່ຽນແປງຂອງດິນຟ້າອາກາດ.
“ພວກຂ້າພະເຈົ້າມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາການຜັນແປເກີດຂຶ້ນຢູ່ ນິວເຊີແລນ ແລະ ຫນ່ວຍພິພົບນີ້. ພວກຂ້າພະເຈົ້າ ມີຄວາມເປັນຫ່ວງຕໍ່ສິ່ງແວດລ້ອມ ແລະ ການຂຸດຄົ້ນຊັບພະຍາກອນທຳມະຊາດ ແມ່ນສົ່ງຜົນກະທົບຄືແນວໃດເຖິງການປ່ຽນແປງຂອງດິນຟ້າອາກາດ. ພວກຂ້າພະເຈົ້າຖືວ່າ ນີ້ແມ່ນຄວາມຮັບຜິດຊອບຂອງສາກົນ.”
ກໍ່ໃນຕອນເຊົ້າຂອງວັນດຽວກັນ ໄດ້ດຳເນີນວາລະໂອ້ລົມສົນທະນາດ້ວຍຫົວຂໍ້ວ່າ “ເຕັກໂນໂລຊີສ້າງບັນດາກາລະໂອກາດດ້ານເສດຖະກິດ”. ຜູ້ອຳນວຍການຝ່າຍບໍລິຫານ Facebook, ທ່ານ ນາງ Sheryl Sandberg ພ້ອມດ້ວຍ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Malcolm Turnbull ພ້ອມກັນຍົກອອກຕົວຢ່າງຫຼາຍທີ່ສຸດກ່ຽວກັບວິທີຊຶ່ງມະນຸດໄດ້ປັບປຸງ, ປ່ຽນແປງຊີວິດຍ້ອນນຳໃຊ້ເຕັກໂນໂລຊີ, ຜ່ານນັ້ນຢືນຢັນວ່າ ຖ້າຫາກທຸກຄົນນຳໃຊ້ເຕັກໂນໂລຊີເຊື່ອມຕໍ່ນຳກັນ, ນຳໃຊ້ບັນດາທັກສະທີ່ຈຳເປັນນັ້ນ ເຂົາເຈົ້າອາດຈະສ້າງວຽກເຮັດງານທຳ, ປະກອບສ່ວນເຕີບໂຕໃຫ້ພື້ນຖານເສດຖະກິດ. ໃນນັ້ນ, Facebook ໄດ້ຮັບຖືວ່າເປັນເຄື່ອງມືດີເລີດ: “ມີວິສາຫະກິດໃນພາກພື້ນ APEC ປະມານ 20 ລ້ານ ແຫ່ງ ໄດ້ ແລະ ກຳລັງນຳໃຊ້ Facebook ໃນແຕ່ລະເດືອນ, ຊຸກຍູ້ບັນດາທັກສະດີຈີຕອນ. ພວກເຮົາພວມສຳຫຼວດບັນດາວິສາຫະກິດນີ້ ແລະ ເຫັນວ່າມີ 74% ຈຳນວນວິສາຫະກິດພວມນຳໃຊ້ Facebook. ດ້ວຍການນຳໃຊ້ນີ້ ເຂົາເຈົ້າໄດ້ເພີ່ມປະລິມານຂາຍຜະລິດຕະພັນຂອງຕົນ. 80% ວິສາຫະກິດນີ້ໄດ້ຂາຍຜະລິດຕະພັນຂອງຕົນອອກຈາກຂົງເຂດຂອງຕົນ. ນັ້ນແມ່ນບັນດາຈຸດພົ້ນເດັ່ນເມື່ອຊຸກຍູ້ການຕະຫຼາດດີຈີຕອນຜ່ານເຄືອຂ່າຍ Facebook.
ວິໄສທັດ APEC ພາຍຫຼັງປີ 2020 ກໍ່ແມ່ນຫົວຂໍ້ໄດ້ຮັບການປຶກສາຫາລືຢູ່ວາລະໂອ້ລົມສົນທະນາ CEO Summit ໃນຕອນເຊົ້າມື້ນີ້.