(VOVWORLD) - ລາຍການສະແດງສິລະປະ “10 ມື້ສັ່ນສະເທືອນໂລກ” ໂດຍສະຖານີໂທລະພາບ ຫວຽດນາມ ປະຕິບັດ, ໄດ້ຮັບການຖ່າຍທອດສົດຜ່ານຊ່ອງ VTV1 ໃນຕອນຄ່ຳວັນທີ 4 ພະຈິກ.
ພາບປະກອບ
|
ທ່ານຮອງນາຍົກລັດຖະມົນຕີ ຈີ້ງດິ່ງຢູ້ງ, ທ່ານເອກອັກຄະລັດຖະທູດແຫ່ງ ສະຫະພັນລັດເຊຍ ປະຈຳ ຫວຽດນາມ Kontantin Vasilievich Vnukov ແລະ ຜູ້ຕາງໜ້າການນຳກະຊວງ, ຄະນະ, ຂະແໜງການຕ່າງໆໄດ້ເຂົ້າຮ່ວມລາຍການຢ່າງພ້ອມພຽງ.
ຕອນຄ່ຳວັນດຽວກັນ, ຢູ່ຮ່າໂນ້ຍ, ສື່ເອເລັກໂຕນິກ ພັກກອມມູນິດ ຫວຽດນາມ ໄດ້ສົມທົບກັບບັນດາອົງການກ່ຽວຂ້ອງ ຈັດຕັ້ງລາຍການສະແດງສິລະປະ “ທຳນອງເພງເດືອນຕຸລາ”. ທ່ານ ຫງວຽນເທ໋ກີ້, ປະທານສະພາທິດສະດີ, ຕຳໜິວິຈານວັນນະຄະດີສິລະປະສູນກາງ, ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ເຂົ້າຮ່ວມລາຍການ.
ກໍ່ໃນຕອນຄ່ຳວັນທີ 4 ພະຈິກ, ຄະນະພັກນະຄອນ ໂຮ່ຈີມີນ ໄດ້ຈັດຕັ້ງລາຍການສະແດງສິລະປະດ້ວຍຫົວຂ້ໍ “ບົດເພງເດືອນຕຸລາ - ຄວາມເຊື່ອໝັ້ນຕະຫຼອດໄປ”, ດ້ວຍຫຼາຍການສະແດງສິລະປະທີ່ເປັນເອກະລັກສະເພາະໂດຍບັນດານັກສິລະປະການ ລັດເຊຍ ແລະ ຫວຽດນາມ ສະແດງ.