(ພາບປະກອບຈາກ: Nguyễn Thanh/TTXVN)
|
(vovworld) – ຕອນຄ່ຳວັນທີ 14/3, ຢູ່ເມືອງເກາະ ຟູ໋ກູ໋ຍ (ແຂວງ ບີ່ງທ້ວນ), ຄະນະຊາວໜຸ່ມກຸ່ມບັນດາອົງການແຂວງ ດົ່ງນາຍ ໄດ້ສົມທົບກັບຄະນະຊາວໜຸ່ມກຸ່ມບັນດາອົງການແຂວງ ບີ່ງທ້ວນ ຈັດຕັ້ງລາຍການ ສາຍໃຈທະເລໝູ່ເກາະ ດ້ວຍການເຂົ້າຮ່ວມຂອງສະມາຊິກຊາວໜຸ່ມ 200 ກ່ວາຄົນ. ພ້ອມກັບລາຍການພົບປະແລກປ່ຽນທະເລໝູ່ເກາະ ດ້ວຍບັນດາບົດເພງຍ້ອງຍໍ ຊົມເຊີຍຄວາມຮັກຕໍ່ ບ້ານເກີດເມືອງນອນ, ປະເທດຊາດ, ບັນດາສະມາຊິກຊາວໜຸ່ມ ຍັງຈັດຕັ້ງລາຍການໂອ້ລົມສົນທະນາ, ຊອກຮູ້ກ່ຽວກັບທະເລ, ໝູ່ເກາະໃນຜືນແຜ່ນດິນ ຫວຽດນາມ… ເນື່ອງໃນໂອກາດນີ້, ຄະນະຊາວໜຸ່ມກຸ່ມບັນດາອົງການແຂວງ ດົ່ງນາຍ ແລະ ບີ່ງທ້ວນ ໄດ້ມອບທຶນສຶກສາໃຫ້ແກ່ລູກຫຼາຍຊາວປະມົງຮຽນເກັ່ງໃນເກາະ ຟູ໋ກູ໋ຍ 30 ນ້ອງ (ດ້ວຍຍອດມູນຄ່າ 15 ລ້ານດົ່ງ).
ກ່ອນໜ້ານັ້ນ, ຕອນເຊົ້າວັທີ 14/3, ຄະນະຊາວໜຸ່ມກຸ່ມບັນດາອົງການແຂວງ ດົ່ງນາຍ ແລະ ບີ່ງທ້ວນ ໄດ້ມອບທຸງຊາດ 200 ຄັນທຸງໃຫ້ພໍ່ແມ່ປະຊາຊົນຊາວປະມົງຢູ່ເກາະ ຟູ໋ກູ໋ຍ ແລະ ມອບກອມພິວເຕີໃຫ້ ປ້ອມຣາດາ 575, ຂຶ້ນກັບເມືອງເກາະ ຟູກູ໋ຍ.