ມອບລາງວັນນັກທຸລະກິດໜຸ່ມອາຊຽນ+3ມຸ່ງໄປເຖິງການພັດທະນາແບບຍືນຍົງ
(ມອບລາງວັນນັກທຸລະກິດໜຸ່ມອາຊຽນ+3
ມຸ່ງໄປເຖິງການພັດທະນາແບບຍືນຍົງ)
(vovworld) - ຕອນຄ່ຳວັນທີ 13/12, ພິທີມອບລາງວັນ “ນັກທຸລະກິດໜຸ່ມອາຊຽນ+3 ມຸ່ງໄປເຖິງການພັດທະນາແບບຍືນຍົງ” ປີ 2015 ຖືກໄຂຂຶ້ນຢູ່ນະຄອນໂຮ່ຈິມິນ. ນີ້ແມ່ນເຫດການນອນໃນເວທີປາໄສ “ນັກທຸລະກິດໜຸ່ມອາຊຽນ+3” ໂດຍຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມຫວຽດນາມ ສົມທົບກັບສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ແລະ ສູນກາງສະຫະພັນຊາວໜຸ່ມຫວຽດນາມ ຈັດຕັ້ງ.
ທີ່ພິທີ, ມີນັກທຸລະກິດໜຸ່ມທີ່ດີເດັ່ນ 12 ຄົນ ໂດຍແມ່ນບັນດາອົງການຮັບຜິດຊາວໜຸ່ມຂອງ 9 ປະເທດອາຊຽນ ແລະ 3 ປະເທດຄູ່ຮ່ວມມືແມ່ນຍີ່ປຸ່ນ, ສ.ເກົາຫຼີ ແລະ ຈີນ ສະເໜີໄດ້ຮັບລາງວັນອັນສູງສົ່ງນີ້ຈາກຄະນະຈັດຕັ້ງເວທີປາໄສ. ອ້າຍ ເລີມຫງອກມິງ, ຜູ້ອຳນວຍການຝ່າຍບໍລິຫານບໍລິສັດການຄ້າ ແລະ ຜະລິດຜ້າເສື່ອ mousse ລຽນອ໋າ ຈຳກັດ, ຜູ້ໄດ້ຮັບລາງວັນແບ່ງປັນວ່າ.
“ນີ້ແມ່ນລາງວັນສາກົນ ເຊິ່ງຂ້າພະເຈົ້າເປັນຕົວແທນໜຶ່ງດ່ຽວຂອງປະເທດໄດ້ຮັບ. ຂ້າພະເຈົ້າຮູ້ສຶກຮູ້ສຶກພາກພູມໃຈທີ່ສຸດແລະ ສິ່ງດັ່ງກ່າວສ່ວຍໃຫ້້ຂ້າພະເຈົ້າເຂົ້າໃຈໄດ້ວ່າ ຕົນເອງຕ້ອງມານະພະຍາຍາມກວ່າອີກ ເພື່ອບໍລິຫານບໍລິສັດໃຫ້ດີກວ່າ ແລະ ພັດທະນາກວ່າ. ລາງວັນນີ້ໄດ້ສ້າງກຳລັງໜູນຊຸກຍູ້ຂ້າພະເຈົ້າປະຕິບັດວຽກງານຂອງຕົນດີກວ່າ, ເພື່ອມີການປະກອບສ່ວນໃຫ້ນະຄອນໂຮ່ຈິມິນ ແລະ ໃຫ້ປະຊາຄົມໄດ້ຫຼາຍກວ່າອີກ”.