ທ່ານ ຫງວຽນທຽນເຍີນ ມອບລາງວັນຫົວຄິດປະດິດສ້າງ
ໃນຂົງເຂດວິທະຍາສາດເຕັກໂນໂລຊີ ຫວຽດນາມ
(ພາບ: VGP/HoangLong)
(vovworld) – ຕອນຄ່ຳວັນທີ 16/5, ຢູ່ ຮ່າໂນ້ຍ, ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມ ຈັດການສະຫຼຸບ ແລະ ມອບລາງວັນຫົວຄິດປະດິດສ້າງ ໃນຂົງເຂດວິທະຍາສາດເຕັກໂນໂລຊີ ຫວຽດນາມ, ລາງວັນ WIPO ປະຈຳປີ 2015. ກ່າວຄວາມເຫັນນະທີ່ນີ້, ທ່ານ ຫງວຽນທຽນເຍີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຖືວ່າ ດ້ວຍການມອບລາງວັນ 20 ຄັ້ງ, ແຕ່ລະຄັ້ງລ້ວນແຕ່ຢັ້ງຢືນເຖິງ ບັນດາການປະກອບສ່ວນ ຂອງບັນດານັກວິທະຍາສາດ, ນັກຄຸ້ມຄອງ ເພື່ອຍົກອອກບັນດາມາດຕະການທີ່ມີ ຫົວຄິດປະດິດສ້າງ ໃນຂົງເຂດວິທະຍາສາດເຕັກໂນໂລຊີ, ປະກອບສ່ວນພັດທະນາປະເທດຊາດ ດວ້ຍວິທີແທດຈິງ, ມີປະສິດທິຜົນ. ທ່ານ ຫງວຽນທຽນເຍີນ ເນັ້ນໜັກວ່າ: ຫວຽດນາມ ຕ້ອງຮັບຜົນສະທ້ອນອັນຫຍໍ້ທໍ້ຫຼາຍຢ່າງຈາກ ການປ່ຽນແປງຂອງດີນຟ້າອາກາດ. ໄພແຫ້ງແລ້ງ, ນ້ຳທະເລຊຶມເຂົ້ານັບມື້ນັບໜັກໜ່ວງ ດັ່ງນັ້ນການໝູນໃຊ້ເຕັກໂນໂລຊີໃນການຫົດນ້ຳ ເພື່ອປະຢັດ, ສະສົມນ້ຳ, ສ້າງບັນດາແນວພັນໃໝ່ເພື່ອຮັບມືກັບໄພແຫ້ງແລ້ງ, ປ່ຽນແປງຂັ້ນຕອນການເພາະປູກ ໃຫ້ເໝາະສົມແມ່ນສິ່ງທີ່ຈຳເປັນທີ່ສຸດ. ຍ້ອນແນວນັ້ນ, ລາງວັນປີ 2016 ຈະມາເຖິງ, ຈະສົ່ງເສີມບັນດາມາດຕະການ ທີ່ມີຫົວຄິດປະດິດສ້າງ ທາງດ້ານເຕັກນິກ ເພື່ອຮັບມືກັບການປ່ຽນແປງຂອງດີນຟ້າອາກາດ.
ໃນປີນີ້ ມີ 30 ໂຄງການວິທະຍາສາດ ໄດ້ຮັບການມອບລາງວັນ ປະກອບມີ: ລາງວັນທີໜຶ່ງ 4 ລາງວັນ, ລາງວັນທີສອງ 8 ລາງວັນ, ລາງວັນທີສາມ 9 ລາງວັນ ແລະ ລາງວັນສົ່ງເສີມ 9 ລາງວັນ ສຳລັບ 6 ຂົງເຂດເຕັກໂນໂລຊີ ບູລິມະສິດຄື: ເຕັກໂນໂລຊີຂໍ້ມູນຂ່າວສານ, ເອເລັກໂຕນິກ ແລະ ໂທລະຄົມມະນາຄົມ; ກົນຈັກອັດຕະໂນມັດ; ເຕັກໂນໂລຊີວັດສະດຸກໍ່ສ້າງ; ຊີວະສາດຮັບໃຊ້ການຜະລິດ ແລະ ຊີວິດການເປັນຢູ່; ເຕັກໂນໂລຊີ ເພື່ອແນໃສ່ປະຢັດພະລັງງານ ແລະ ນຳໃຊ້ພະລັງານໃໝ່.