ມອບລາງວັນ “ການເສັງປະລະໄນຊອກຮູ້ປະຫວັດສາດການພົວພັນແບບພິເສດຫວຽດນາມ - ລາວ”
ພາບປະກອບ
(vovworld) - ຕອນເຊົ້າວັນທີ 2/8, ຢູ່ ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງ ໄດ້ຈັດຕັ້ງພິທີມອບລາງວັນຄັ້ງທີ 1 “ການເສັງປະລະໄນຊອກຮູ້ປະຫວັດສາດແຫ່ງການພົວພັນແບບພິເສດຫວຽດນາມ - ລາວ”. ຄະນະຈັດຕັ້ງ ໄດ້ມອບລາງວັນໃຫ້ແກ່ຜູ້ເຂົ້າຮ່ວມທີ່ດີເດັ່ນ 96 ຄົນ. ກ່າວຄຳເຫັນນະພິທີມອບລາງວັນ, ທ່ານ Truong Minh Tuan, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງ ໃຫ້ຮູ້ວ່າ: ຄວາມໝາຍອັນໃຫຍ່ຫຼວງຂອງການເສັງ ກໍຄືບັນດາຂີດໝາຍພິເສດຂອງປະຫວັດສາດແຫ່ງການພົວພັນແບບພິເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ ໄດ້ດຶງດູດບໍ່ພຽງແຕ່ລຸ້ນກ່ອນທີ່ໄດ້ຜ່ານຊຸມເດືອນປີແຫ່ງສົງຄາມເຂົ້າຮ່ວມເທົ່ານັ້ນ, ຫາກຍັງດຶງດູດໄວໜຸ່ມ ເຊິ່ງແມ່ນນັກສຶກສາມະຫາວິທະຍາໄລຕ່າງໆ, ພະນັກງານ, ນັກຮົບໃນກຳລັງປະກອບອາວຸດປະຊາຊົນ ແລະ ປະຊາຊົນທຸກຊັ້ນວັນນະໃນສັງຄົມເຂົ້າຮ່ວມອີກດ້ວຍ. ພິເສດ, ການເສັງຍັງດຶງດູດການເຂົ້າຮ່ວມຂອງນັກສຶກສາລາວ ທີ່ພວມຮຳ່ຮຽນຢູ່ຫວຽດນາມ. ໄປຄຽງຄູ່ກັນນັ້ນ, ການເສັງປະລະໄນຖືກຈັດຂຶ້ນໃນແຕ່ລະອາທິດ, ການເສັງຂຽນດ້ວຍ 11 ຫົວຂໍ້ທີ່ອຸດົມສົມບູນ, ຫຼາຍຮູບຫຼາຍແບບ ກໍໄດ້ຮັບການຕອບສະໜອງຢ່າງສຸດຈິດສຸດໃຈຈາກປະຊາຊົນທຸກຊັ້ນວັນນະຢູ່ 63 ແຂວງ, ນະຄອນ ກໍຄືຊາວຫວຽດນາມ ອາໄສຢູ່ຕ່າງປະເທດເປັນຈຳນວນຫຼວງຫຼາຍ.