ພິທີຈັດຕັ້ງໃນຕອນເຊົ້າວັນທີ 2/11
(ພາບ: nhandan.com.vn)
|
(vovworld)- ຕອນເຊົ້າວັນທີ 2/11, ຢູ່ສູນວັດທະນະທຳຮູບເງົາແຂວງຮ່າຕິງ, ຄະນະກຳມະການປະຊາຊົນແຂວງຮ່າຕິງ ໄດ້ຈັດຕັ້ງພິທີມອບຫຼຽນກາ, ຫຼຽນໄຊຂອງ ສປປລາວ ໃຫ້ພະນັກງານ, ຊ່ຽວຊານທະຫານອາສາສະໝັກ ແລະ ຍາດຕິພີ່ນ້ອງຂອງນັກຮົບຫວຽດນາມ 358 ຄົນ ທີ່ເສຍສະຫຼະຊີວິດເພື່ອພາລະກິດປົດປ່ອຍຊາດຂອງການປະຕິວັດລາວ. ນີ້ແມ່ນຂອງຂວັນອັນສູງສົ່ງ, ແມ່ນການຮັບຮູ້ບັນດາຜົນງານ, ຄຸນງາມຄວາມດີປະກອບສ່ວນຊ່ວຍເຫຼືອການປະຕິວັດລາວຂອງທະຫານອາສາສະໝັກຫວຽດນາມ. ກ່າວຄຳເຫັນທີ່ພິທີ, ທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ໄດ້ຫວນຄືນມູນເຊື້ອອັນດີງາມ, ບໍລິສຸດຜຸດຜ່ອງລະຫວ່າງສອງປະເທດ; ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າບໍ່ມີວັນລືມການຊ່ວຍເຫຼືອຂອງກອງທັບຫວຽດນາມສຳລັບການປະຕິວັດລາວ. ທ່ານເອກອັກຄະລັດຖະທູດ ທອງສະຫວັນ ພົມວິຫານ ເຊື່ອໝັ້ນວ່າ ບັນດາອະດີດທະຫານອາສາສະໝັກຫວຽດນາມຈະເປັນແກ່ນແສນໃຫ້ແກ່ການພົວພັນລະຫວ່າງປະຊາຊົນສອງປະເທດໃຫ້ສວຍສົດງົດງາມໄປຊົ່ວກາລະນານ.