ຫຼຽນໄຊມິດຕະພາບ
(vovworld)- ເນື່ອງໃນໂອກາດທ່ານນາງປະທານາທິບໍດີສເກົາຫຼີ Park Geun Hye ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ຄະນະການນຳສະມາຄົມມິດຕະພາບສເກົາຫລີ-ຫວຽດນາມ ໂດຍທ່ານປະທານສະມາຄົມນຳໜ້າ ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 7-9/9. ຕອນບ່າຍວັນທີ 9/9, ໂດຍໄດ້ຮັບການມອບໝາຍຈາກທ່ານປະທານປະເທດເຈືອງເຕີນຊາງ, ທ່ານຫວູ໋ຊວນຮົ່ງ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ມອບຫຼຽນໄຊມິດຕະພາບໃຫ້ແກ່ທ່ານ Choi Young Joo ປະທານສະມາຄົມມິດຕະພາບສເກົາຫລີ-ຫວຽດນາມ. ທີ່ພິທີມອບຫຼຽນໄຊມິດຕະພາບ, ທ່ານຫວູ໋ຊວນຮົ່ງ ເນັ້ນໜັກວ່າ: ລາງວັນດັ່ງກ່າວແມ່ນການຮັບຮູ້ບັນດາການປະກອບສ່ວນທີ່ມີຄວາມໝາຍຂອງສະມາຄົມມິດຕະພາບສເກົາຫລີ-ຫວຽດນາມ ແລະ ທ່ານປະທານ Choi Young Joo ເອງໃນການຊຸກຍູ້ສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ປຊຊ ສອງປະເທດຫວຽດນາມ-ສເກົາຫຼີ ໃນຂົງເຂດວັດທະນະທຳ, ການສຶກສາ, ການລົງທຶນ ແລະ ກຸສົນມະນຸດສະທຳ. ທ່ານປະທານຫວູ໋ຊວນຮົ່ງ ເຊື່ອໝັ້ນວ່າ, ໃນໄລຍະຈະມາເຖິງ, ທ່ານປະທານ Choi Young Joo ຈະສືບຕໍ່ມີຫຼາຍການເຄື່ອນໄຫວໃໝ່ ໜູນຊ່ວຍໃຫ້ຫວຽດນາມ ແລະ ຊຸກຍູ້ການພົວພັນມິດຕະພາບລະຫວ່າງ ປຊຊ ສອງປະເທດ.