ມອບເງິນຊ່ວຍເຫຼືອປະຊາຊົນຢູ່ຕະຫຼາດ Kazan ທີ່ຖືກໄຟໄໝ້

ມອບເງິນຊ່ວຍເຫຼືອປະຊາຊົນຢູ່ຕະຫຼາດ Kazan ທີ່ຖືກໄຟໄໝ້ - ảnh 1
(ພິທີມອບເງິນຊ່ວຍເຫຼືອປະຊາຊົນຢູ່ຕະຫຼາດ Kazan ທີ່ຖືກໄຟໄໝ້)

(vovworld) - ​ໃນ​ເດືອນ 3 ຜ່ານ​ມາ​ເຫດ​ໄຟ​ໄໝ້ ​ໄດ້​ເກີດ​ຂຶ້ນ​ຢູ່​ນະຄອນ Kazan, ສະຫະພັນ​ລັດ​ເຊຍ, ​ເຮັດ​ໃຫ້ຊາວ​ຫວຽດນາມ ທີ່​ດຳ​ເນີນ​ທຸລະ​ກິດ​ຢູ່​ຕະຫຼາດ​ແຫ່ງ​ນີ້​ 90 ກວ່າ​ຄົນຖືກ​ເສ​ຍຫາຍ​ກ້ຽງ. ​ເພື່ອ​ແບ່ງປັນ​ຄວາມ​ເສຍ​ຫາຍ​ກັບ​ຜູ້​ປະສົບ​ເຄາະ​ຮ້າຍ, ສະຖານທູດ​ຫວຽດນາມ​ ປະຈຳ​ສະຫະພັນ​ລັດ​ເຊຍ ​ໄດ້​ປຸກລະດົມ​ພະນັກງານ, ພາລະ​ກອນ​ສະຖານທູດ ​ແລະ ວົງ​ຄະນາ​ຍາດ​ຊາວ​ຫວຽດນາມ ​ອາ​ໄສ​ຢູ່​ລັດ​ເຊຍ​ບໍລິຈາກ, ຊ່ວຍ​ເຫຼືອ​ຜູ້​ປະສົບ​ເຄາະ​ຮ້າຍ. ວັນ​ທີ 10/5, ຜູ້ຕາງໜ້າ​ສະຖານທູດ​ຫວຽດນາມ ​ປະຈຳ​ສະຫະພັນ​ລັດ​ເຊຍ ​ໄດ້​ມອບ​ເງິນ 5.000 USD ​ໃຫ້​ຜູ້ຕາງໜ້າ​ພໍ່​ແມ່​ປະຊາຊົນທີ່​ດຳ​ເນີນ​ທຸລະ​ກິດ​ຢູ່ຕະຫຼາດ​ທີ່​ນະຄອນ Kazan, ​ເພື່ອ​ຊ່ວຍ​​ເຂົາ​ເຈົ້າ​ກັບ​ຄືນ​ສູ່​​ຊີວິດການ​ເປັນ​ຢູ່​ເປັນ​ປົກກະຕິ ​ແລະ ສືບ​ຕໍ່​ບືນ​ຕົວ​ຂຶ້ນ.

ຂ່າວ/ບົດ​ອື່ນ