(VOVWORLD) - ງານວາງສະແດງສາກົນ VietBuild ເກິ່ນເທີ 2019 ດ້ວຍຫົວເລື່ອງ “ເຊື່ອມໂຍງ - ເຕັກໂນໂລຊີ - ຈຸດສູງ” ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 25 ກໍລະກົດ ທີ່ສູນງານຕະຫລາດນັດວາງສະແດງ ເກິ່ນເທີ ແລະ ຈະແກ່ຍາວໄປຮອດວັນທີ 29 ກໍລະກົດ.
ພິທີໄຂງານວາງສະແດງ (ພາບ: ອິນເຕີແນັດ) |
ງານວາງສະແດງໄດ້ດຶງດູດຮ້ານວາງສະແດງກ່ວາ 600 ຮ້ານທີ່ມາຈາກກ່ວາ 200 ຫົວໜ່ວຍທີ່ມີການເຄື່ອນໄຫວໃນບັນດາຂົງເຂດກ່ຽວກັບການກໍ່ສ້າງ ແລະ ເຄື່ອງຕົບແຕ່ງເຟີນີເຈີ, ໃນນັ້ນ ມີວິສາຫະກິດພາຍໃນປະເທດ 180 ແຫ່ງ, ວິສາຫະກິດຮ່ວມທຸລະກິດ 27 ແຫ່ງ ແລະ ບັນດາກຸ່ມບໍລິສັດຕ່າງປະເທດທີ່ມາຈາກ 9 ປະເທດ, ພາກພື້ນຄື: ອາເມລິກາ, ເຢຍລະມັນ, ອີຕາລີ, ຍີ່ປຸ່ນ, ສ.ເກົາຫຼີ, ໄທ, ສິງກະໂປ, ຈີນ, ຫວຽດນາມ ແລະ ບັນດາຄູ່ຮ່ວມມືທີ່ມາຢ້ຽມຊົມງານວາງສະແດງ.