ກອງປະຊຸມປະຈຳເດືອນ 1/2017 ຂອງລັດຖະບານ
|
(vovworld) - ລັດຖະບານຫາກໍ່ປະກາດໃຊ້ມະຕິກອງປະຊຸມປະຈຳເດືອນ 1/2017 ຂອງລັດຖະບານ. ຕາມມະຕິແລ້ວ, ລັດຖະບານໄດ້ຮຽກຮ້ອງບັນດາກະຊວງ, ຂະແໜງການທ້ອງຖິ່ນເປັນເຈົ້າການສະເໜີມາດຕະການເໝາະສົມກັບສະພາບການໃໝ່, ຍູ້ແຮງການຫັນເປັນຫຸ້ນສ່ວນ, ຖອນທຶນຂອງລັດ, ຍົກສູງປະສິດທິຜົນໃນການເຄື່ອນໄຫວ ແລະ ກຳລັງແກ່ງແຍ້ງຂອງລັດວິສາຫະກິດ. ບັນດາກະຊວງຄື: ກະຊວງແຜນການ ແລະ ການລົງທຶນ, ການເງິນ, ອຸດສາຫະກຳ ການຄ້າ ແລະ ທະນາຄານແຫ່ງລັດ ຫວຽດນາມ ຕ້ອງຕິດຕາມສະພາບເສດຖະກິດ, ການຄ້າ, ການເງິນ - ເງິນຕາສາກົນ ແລະ ພາຍໃນປະເທດຢ່າງແໜ້ນແຟ້ນ ເພື່ອເປັນເຈົ້າການໃນການວາງອອກວິທີການ, ມາດຕະການຮັບມືຢ່າງທັນການ, ສົມທົບກັນຢ່າງແໜ້ນແຟ້ນໃນການຊີ້ນຳ, ບໍລິຫານນະໂຍບາຍ, ຮັບປະກັນການຄວບຄຸມໄພເງິນເຟີ້, ຮັກສາສະຖຽນລະພາບດ້ານເສດຖະກິດມະຫາພາກ, ຊຸກຍູ້ການເຕີບໂຕ, ທະນາຄານແຫ່ງລັດ ຫວຽດນາມ, ບໍລິຫານນະໂຍບາຍເງິນຕາຢ່າງເປັນເຈົ້າການ, ມີໄຫວພິບ, ສົມທົບກັບນະໂຍບາຍເງິນຕາ, ຮັບປະກັນເສດຖະກິດມະຫາພາກມີສະຖຽນລະພາບ, ຊີ້ນຳບັນດາທະນາຄານການຄ້າສະຫງວນທຶນສິນເຊື່ອໃຫ້ບັນດາຂົງເຂດບຸລິມະສິດ. ຄຽງຄູ່ກັນນັ້ນ, ລັດຖະບານຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການກ່ຽວຂ້ອງຊີ້ນຳຍູ້ແຮງການຜະລິດອຸດສາຫະກຳ, ກະສິກຳ… ຍູ້ແຮງຄົນງານໃຫ້ແກ່ການຜະລິດ, ດຳເນີນທຸລະກິດ, ເພື່ອປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມປີ 2017 ຢ່າງມີໄຊ.