ມະຕິກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນ 12 ປີ 2013
ສຸ້ຊົນສ້າງສຳເລັດບັນດາຈຸດໝາຍພັດທະນາເສດຖະກິດ - ສັງຄົມ ປີ 2014
(ພາບປະກອບ)
(vovworld) - ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢູ້ງ ຫາກໍປະກາດໃຊ້ມະຕິກ່ຽວກັບກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນ 12/2013 ຂອງລັດຖະບານ ຫວຽດນາມ. ມະຕິຊີ້ແຈ້ງວ່າລັດຖະບານຮຽກຮ້ອງໃຫ້ບັນດາລັດຖະມົນຕີ, ຫົວໜ້າອົງການເທົ່າກັບກະຊວງ, ອົງການຂຶ້ນກັບລັດຖະບານ, ປະທານຄະນະກຳມະການປະຊາຊົນແຂວງ, ນະຄອນຂຶ້ນກັບສູນກາງສືບຕໍ່ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ແກ້ໄຂບັນດາຄວາມກຳຈັດ, ຍາດແຍ່ງບັນດາປັດໃຈທີ່ສະດວກສະບາຍ, ແກ້ໄຂຄວາມຫຍຸ້ງຍາກ, ຜ່ານຜ່າສິ່ງທ້າທາຍ, ເປັນເຈົ້າການ, ຂ້ຽວຂາດ, ພະຍາຍາມສຳເລັດແຜນການປີ 2014, ສ້າງທ່ວງທ່າເພື່ອໃຫ້ສຳເລັດແຜນພັດທະນາເສດຖະກິດ - ສັງຄົມໄລຍະ 5 ປີ 2011 – 2015 ນັບແຕ່ຕົ້ນປີ 2014.
ກ່ຽວກັບວຽກງານບໍລິຫານຂອງລັດຖະບານ, ມະຕິເນັ້ນໜັກວ່າໃນໄລຍະຈະມາເຖິງສຸມໃສ່ວຽກງານສ້າງລະບອບບັນຍັດ ແລະ ປະຕິບັດໂຄງການດຳເນີນງານ. ຫ້ອງວ່າການລັດຖະບານຮັບເອົາຂໍ້ຄຳຄິດເຫັນຂອງສະມາຊິກລັດຖະບານ ແລະ ຂໍ້ຄຳຄິດເຫັນຢູ່ກອງປະຊຸມລະຫວ່າງລັດຖະບານກັບບັນດາທ້ອງຖິ່ນ, ສຳເລັດບົດລາຍງານສຳຫຼວດກວດຄືນວຽກງານການຊີ້ນຳ,ການບໍລິຫານປີ 2013 ແລະ ໂຄງການດຳເນີນງານປີ 2014 ຂອງລັດຖະບານ ເພື່ອໃຫ້ບັນດາກະຊວງ, ອົງການ, ທ້ອງຖິ່ນຕ່າງໆຜັນຂະຫຍາຍປະຕິບັດ.
ກ່ຽວກັບບັນດາໜ້າທີ່, ວິທີແກ້ໄຂຊີ້ນຳຕົ້ນຕໍ, ການບໍລິຫານປະຕິບັດແຜນການ ພັດທະນາເສດຖະກິດ - ສັງຄົມ ແລະ ແຜນງົບປະມານແຫ່ງລັດປີ 2014, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ຫ້ອງວ່າການລັດຖະບານຈົ່ງເປັນເຈົ້າການ, ສົມທົບກັບກະຊວງແຜນການ ແລະ ລົງທຶນຮັບເອົາຂໍ້ຄຳຄິດເຫັນຂອງສະມາຊິກລັດຖະບານ ແລະ ຂໍ້ຄຳຄິດເຫັນຢູ່ກອງປະຊຸມລະຫວ່າງລັດຖະບານກັບບັນດາທ້ອງຖິ່ນ, ສ້າງສຳເລັດຢ່າງຮີບດ່ວນເພື່ອຍຶນສະເໜີຕໍ່ ນາຍົກລັດຖະມົນຕີເຊັນປະກາດໃຊ້ມະຕິຂອງລັດຖະບານກ່ຽວກັບບັນດາໜ້າທີ່, ວິທີແກ້ໄຂຊີ້ນຳຕົ້ນຕໍ, ບໍລິຫານປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ແຜນງົບປະມານແຫ່ງລັດປີ 2014.