(vovworld) - ວັນທີ 15/04, ລັດຖະບານໄດ້ປະກາດໃຊ້ມະຕິກອງປະຊຸມລັດຖະບານຫົວເລື່ອງສະເພາະກ່ຽວກັບການສ້າງກົດໝາຍເດືອນ 04/2017. ທີ່ກອງປະຊຸມຄັ້ງນີ້ິ້, ລັດຖະບານໄດ້ປຶກສາຫາລືກ່ຽວກັບບັນດາຮ່າງກົດໝາຍສ້າງໂຄງປະກອບບັນດາອົງການສິນເຊື່ອຄືນໃໝ່ ແລະ ແກ້ໄຂໜີ້ເສຍ ແລະ ຮ່າງກົດໝາຍວາງແຜນຜັງ. ກ່ຽວກັບຮ່າງກົດໝາຍສ້າງໂຄງປະກອບບັນດາອົງການສິນເຊື່ອຄືນໃໝ່ ແລະ ແກ້ໄຂໜີເສຍ, ລັດຖະບານໄດ້ເປັນເອກະພາບກ່ຽວກັບຄວາມຈຳເປັນ ແລະ ລັກສະນະຮີບດ່ວນຂອງເລື່ອງ ຕ້ອງປະກາດໃຊ້ກອບກົດໝາຍສະເພາະ, ມີລັກສະນະສະເພາະຂະແໜງເພື່ອສ້າງໂຄງປະກອບບັນດາອົງການສິນເຊື່ອອ່ອນດ້ອຍຄືນໃໝ່ ແລະ ແກ້ໄຂໜີ້ເສຍ. ທະນາຄານແຫ່ງລັດ ສືບຕໍ່ຮັບເອົາຄຳເຫັນຂອງບັນດາສະມາຊິກລັດຖະບານ, ປັບປຸງ, ສ້າງສຳເລັດ ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດໃຫ້ຄຳເຫັນ, ຮັບຮອງເອົາທີ່ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຫວຽດນາມ ຊຸດທີ 14.
ຮ່າງກົດໝາຍວາງແຜນຜັງ ສະແດງໃຫ້ເຫັນຄວາມຕັດສິນໃຈຂອງລັດຖະບານ, ນາຍົກລັດຖະມົນຕີ ເພື່ອສ້າງບາດກ້າວເຫັນປ່ຽນໂດຍພື້ນຖານ ໃນວຽກງານສ້າງ ແລະ ຄຸ້ມຄອງລະບົບວາງແຜນຜັງ; ວາງແຜນກຳນົດການພັດທະນາ, ສ້າງກຳລັງໜູນພັດທະນາໃນທົ່ວເຂດດິນແດນແຫ່ງຊາດ. ກົດໝາຍວ່າດ້ວຍການວາງແຜນຜັງຈະເລີ່ມມີຜົນສັກສິດນັບແຕ່ວັນທີ 01/01/2019 ເປັນຕົ້ນໄປ.