(VOVWORLD) - ຕອນເຊົ້າວັນທີ 31 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມໄດ້ລົງຢ້ຽມຢາມ, ເຮັດວຽກກັບມະຫາວິຍາໄລ ສ້າງຄູ ຮ່າໂນ້ຍ.
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມກ່າວຄຳເຫັນທີ ມະຫາວິທະຍາໄລສ້າງຄູຮ່າໂນ້ຍ (ພາບ: TTXVN) |
ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມຖືວ່າ: ມະຫາວິທະຍາໄລສ້າງຄູຮ່າໂນ້ຍຄວນສືບຕໍ່ມານະພະຍາຍາມເພື່ອກາຍເປັນມະຫາວິທະຍາໄລແບບຢ່າງໃນການປະຕິບັດບັນດາຮູບແບບເປັນເຈົ້າຕົນເອງດ້ານສຶກສາມະຫາວິທະຍາໄລ, ຄຽງຄູ່ກັນນັ້ນ, ມະຫາວິທະຍາໄລສ້າງຄູ ຮ່າໂນ້ຍ ກໍ່ຕ້ອງສະແດງໃຫ້ເຫັນວ່າ ການເປັນແບບຢ່າງໃນການສິດສອນ, ດຳລົງຊີວິດ. ພ້ອມກັນນັ້ນ, ມະຫາວິທະຍາໄລສ້າງຄູ ຮ່າໂນ້ຍ ຕ້ອງເຮັດໃຫ້ດີກ່ວາອີກໃນການຄົ້ນຄ້ວາວິທະຍາສາດສຶກສາ, ສ້າງຄູ ແລະ ຄົ້ນຄ້ວາພື້ນຖານ. ມະຫາວິທະຍາໄລຕ້ອງແມ່ນແກ່ນສານ, ນຳໜ້າ, ຕາໂສ້ສຳຄັນທີ່ມີລັກສະນະກຳນົດທິດໃຫ້ແກ່ການປ່ຽນແປງໃໝ່ການສຶກສາ ບຳລຸງສ້າງ.
ຢັ້ງຢືນບົດບາດສຳຄັນທີ່ສຸດຂອງຖັນແຖວພະນັກງານໃນການປະຕິບັດປ່ຽນແປງໃໝ່ການສຶກສາ, ບຳລຸງສ້າງ, ທ່ານຮອງນາຍົກລັດຖະມົນຕີຖືວ່າ: ໃນການປະຕິບັດວຽກງານບຳລຸງສ້າງ, ຄູອາຈານແຕ່ລະຄົນຕ້ອງມີ ພູນປັນຍາ, ຄວາມຮູ້, ກຳໄດ້ທ່າອ່ຽງໃໝ່, ປ່ຽນແປງໃໝ່ວິທີການສອນຕາມຄວາມສາມາດ, ມີການແລກປ່ຽນ, ເພື່ອເສີມຂະຫຍາຍແນວຄິດປະດິດສ້າງ, ພອນສະຫວັນຂອງ ນັກຮຽນແຕ່ລະຄົນ.