ມາດຕະການອະນຸລັກຮັກສາ ແລະ ພັດທະນາ ວັດທະນະທຳ ໄຕງວຽນ
(ພາບປະກອບ)
(vovworld) - ການພົບປະສົນທະນາວິທະຍາສາດ: ມາດຕະການອະນຸລັກຮັກສາ ແລະ ພັດທະນາວັດທະນະທຳ ໄຕງວຽນ ຖືກດຳເນີນໃນວັນທີ 24/5, ຢູ່ນະຄອນຕູຍຮ່ວາ, ແຂວງຟູ໋ອຽນ ໂດຍຄະນະໂຄສະນາສຶກສາສູນກາງສົມທົບກັບຄະນະຊີ້ນຳໄຕງວຽນ, ສະຖາບັນຄົ້ນຄ້ວາພັດທະນາຝ່າຍຕາເວັນຕົກ ແລະ ແຂວງຟູ໋ອຽນຈັດຕັ້ງຂຶ້ນ, ໄດ້ດຶງດູດຜູ້ແທນທີ່ມາຈາກ 5 ແຂວງ ໃນເຂດໄຕງວຽນ ແລະ 8 ແຂວງຢູ່ອ້ອມຂ້າງເຂົ້າຮ່ວມ 200 ຄົນ. ບັນຫາທີ່ບັນດາຜູ້ແທນສົນໃຈທີ່ສຸດນັ້ນແມ່ນ ມາດຕະການອະນຸລັກຮັກສາເຮືອນຮົງ, ເຮືອນຮ້ານຂອງຊາວຊົນເຜົ່າສ່ວນໜ້ອຍຢູ່ເຂດໄຕງວຽນ; ການຮັກສາ ແລະ ພັດທະນາອາຊີບທີ່ເປັນມູນເຊື້ອຂອງບັນດາເຜົ່າໄຕງວຽນ. ນັກຄົ້ນຄ້ວາວັດທະນະທຳໄຕງວຽນ Linh Nga Nie Kdam, ຖືວ່າ:
“ຖ້າຫາກໄດ້ຮັບການແນະນຳຂອງບັນດາຜູ້ທີ່ມີລະດັບວິຊາສະເພາະ, ຜະລິດຕະພັນຕ່າງໆຂອງຊົນເຜົ່າໄຕງວຽນເຊັ່ນ: ເຄື່ອງຕຳ່ແຜ່ນ. ເຄື່ອງຈັກສານ, ເຫຼົ້າໄຫ, ເຄື່ອງດົນຕີ… ລ້ວນແຕ່ສາມາດກາຍເປັນຜະລິດຕະພັນເປັນທີ່ລະນຶກໄດ້. ດັ່ງນັ້ນຖ້າຫາກບໍ່ມີການເສີມຂະຫຍາຍແລະຂຸດຄົ້ນ, ຈະບໍ່ສາມາດຫາເງິນຈາກຜະລິດຕະພັນຂອງຊາວເຜົ່າໄຕງວຽນໄດ້ “.