ມາເລເຊຍມານະພະຍາຍາມຊອກຫາເຮືອບິນMH370
ລັດຖະມົນຕີກະຊວງປ້ອງກັນປະເທດ, ຜູ້ຮັກສາການລັດຖະມົນຕີກະຊວງຄົມມະນາຄົມ ມາເລເຊຍ Hishammuddin Hussein ທີ່ການປະຊຸມຂ່າວ
(ພາບ: PV/Vietnam+)
(vovworld) – ໃນການປະຊຸມຂ່າວໃນຕອນບ່າຍວັນທີ 31/3, ລັດຖະມົນຕີກະຊວງປ້ອງກັນປະເທດ, ຜູ້ຮັກສາການລັດຖະມົນຕີກະຊວງຄົມມະນາຄົມ ມາເລເຊຍ Hishammuddin Hussein ເນັ້ນໜັກວ່າ: ການຮ່ວມມືສາກົນໃນການຊອກຫາເຮືອບິນ MH 370 ຫາຍສາບສູນແມ່ນໃຫຍ່ຫຼວງທີ່ສຸດ, ດ້ວຍການເຂົ້າຮ່ວມຂອງກອງທັບບັນດາປະເທດ ມາເລເຊຍ, ອົດສະຕາລີ, ອາເມລິກາ, ນິວຊີແລນ, ຈີນ, ຍີ່ປຸ່ນ ແລະ ສ ເກົາຫຼີ. ເມື່ອແບ່ງປັນຄວາມເສົ້າສະຫຼົດໃຈຕໍ່ບັນດາຄອບຄົວມີຍາດຕິພີ່ນ້ອງໃນເຮືອບິນ MH 370, ທ່ານລັດຖະມົນຕີ Hishammuddin ເວົ້າວ່າ: ທ່ານເຂົ້າໃຈໄດ້ວ່າ, ນີ້ແມ່ນໄລຍະເວລາທີ່ຫຍຸ້ງຍາກສຳລັບເຂົາເຈົ້າ ແລະ ຊີ້ແຈ້ງວ່າ ຄຳຖາມເຊິ່ງທຸກໆຄອບຄົວຢາກທີ່ໄດ້ຮັບຄຳຕອບກໍ່ແມ່ນຄຳຖາມເຊິ່ງລັດຖະບານ ມາເລເຊຍ ຄວນຊອກຫາຄຳຕອບ, ນັ້ນແມ່ນເຮືອບິນ MH 370 ກໍ່ຄືບັນດາຜູ້ໂດຍສານໃນຖ້ຽວບິນລຳດັ່ງກ່າວພວມຢູ່ໃສ. ທ່ານຢືນຢັນວ່າ: ມາເລເຊຍ ພວມພ້ອມກັບທຸກໆປະເທດມານະພະຍາຍາມຈົນສຸດຄວາມສາມາດເພື່ອຊອກຫາ, ສືບສວນ ແລະ ຈະບໍ່ປະລະບໍ່ວ່າຄວາມຫວັງໃດໆ.
ແລະກໍ່ໃນວັນດຽວກັນ, ຂ້າຫຼວງໃຫຍ່ອົດສະຕາລີ ປະຈຳ ມາເລເຊຍ ທ່ານ Rod Smith ໄດ້ປະກາດກ່ຽວກັບເລື່ອງສ້າງຕັ້ງສູນປະສານງານອົງການລວມ (JACC) ຕັ້ງຢູ່ Perth, ດ້ວຍໜ້າທີ່ປະສານບັນດາການເຄື່ອນໄຫວຊອກຫາລະຫວ່າງລັດຖະບານ ອົດສະຕາລີ ແລະ ບັນດາກຸ່ມຊອກຫາສາກົນ.