ມາເລເຊຍ ຊອກຫາຄວາມ ຍຸຕິທຳໃຫ້ບັນດາຜູ້ຖືກເຄາະຮ້າຍຈາກເຫດເຮືອບິນ MH17 ຕົກ
(ພາບປະກອບ: Reuters)
(vovworld) – ວັນທີ 21/09, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດມາເລເຊຍ Hishammuddin Hussein ໃຫ້ຮູ້ວ່າ, ປະເທດນີ້ຈະຊອກຫາຄວາມຍຸຕິທຳໃຫ້ບັນດາຜູ້ຖືກເຄາະຮ້າຍຈາກເຫດເຮືອບິນ MH17 ຕົກຜ່ານກອງປະຊຸມສະມັດສາໃຫຍ່ ສປຊ. ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີມາເລເຊຍ Najib Razak ຈະສົ່ງສານດັ່ງກ່າວຂອງລັດຖະບານມາເລເຊຍ ເຖິງສະພາຄວາມໝັ້ນຄົງສປຊ. ທ່ານ Razak ກໍ່ຈະປຶກສາຫາລືບັນຫາດັ່ງກ່າວກັບບັນດາການນຳຂອງປະເທດຕ່າງໆ, ໃນນັ້ນມີທ່ານປະທານາທິບໍດີອາເມລິກາ Barack Obama, ທ່ານນາຍົກລັດຖະມົນຕີໂຮນລັງ Mack Rutte ແລະ ທ່ານນາຍົກລັດຖະມົນຕີອົດສຕາລີ Tony Abbott. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດມາເລເຊຍ ຢືນຢັນວ່າ, ປະເທດນີ້ ມີສິດຮຽກຮ້ອງຄວາມຍຸຕິທຳໃຫ້ບັນດາຜູ້ຖືກເຄາະຮ້າຍຈາກເຫດເຮືອບິນ MH 17 ຕົກ ແລະ ບັງຄັບໃຫ້ບັນດາບຸກຄົນມີສ່ວນກ່ຽວຂ້ອງເຖິງເຫດເຮືອບິນ MH 17 ຕົກຕ້ອງຮັບຜິດຊອບກ່ຽວກັບການກະທຳຂອງຕົນ.