ທ່ານລັດຖະມົນຕີການຕ່າງປະເທດມາເລເຊຍ Anifah Aman
(ພາບ: malaysiandigest.com)
(vovworld) - ວັນທີ 01 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດມາເລເຊຍ Anifah Aman ຢືນຢັນວ່າ, ມາເລເຊຍ ມີຫຼັກໝັ້ນສະເໝີຕົ້ນສະເໝີປາຍໃນບັນຫາພິພາດກັນຢູ່ທະເລຕາເວັນອອກ ແລະ ປາດຖະໜາຢາກມີມາດຕະການແກ້ໄຂບັນຫາທະເລຕາເວັນອອກດີທີ່ສຸດ ເພື່ອຮັກສາຄວາມສາມມັກຄີມິດຕະພາບ ແລະ ການພົວພັນອັນສະໜິດສະໜົມໃນພາກພື້ນ. ກ່າວຄຳເຫັນຕໍ່ວົງການນັກຂ່າວ ພາຍຫຼັງການພົບປະກັບຜູ້ຮ່ວມຕຳແໜ່ງຈີນ ຫວາງຢີ ຢູ່ Putrajaya ໃນວັນທີ 01 ສິງຫາ. ທ່ານລັດຖະມົນຕີການຕ່າງປະເທດ Anifah ຖືວ່າ ບັນດາປະເທດສະມາຊິກອາຊຽນ ຕ້ອງປຶກສາຫາລືນຳກັນກ່ຽວກັບການພິພາດຢູ່ເຂດທະເລຕາເວັນອອກ ກ່ອນທີ່ຈະປຶກສາຫາລືກັນຈີນ. ທ່ານ Anifah ກໍ່ໃຫ້ຮູ້ວ່າ ທຸກໆຝ່າຍຕ້ອງອີ່ງໃສ່ກົດໝາຍສາກົນ ແລະ ສົນທິສັນຍາສະຫະປະຊາຊາກກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ທ່ານກໍ່ເນັ້ນໜັກວ່າ, ທຸກຝ່າຍຕ້ອງເຄົາລົບຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ໂດຍບັນດາລັດຖະມົນຕີການຕ່າງປະເທດອາຊຽນ ແລະ ຈີນ ເຊິ່ງໄດ້ຮັບການລົງນາມໃນປີ 2002.