ມາເລເຊຍ ຮຽກຮ້ອງ ອາຊຽນ ຈົ່ງເອົາ ປະຊາຊົນເປັນໃຈກາງ

ມາເລເຊຍ ຮຽກຮ້ອງ ອາຊຽນ ຈົ່ງເອົາ ປະຊາຊົນເປັນໃຈກາງ - ảnh 1

(ພາບປະກອບ: vtv.vn)

(TTX) -     ກະຊວງ​ການ​ຕ່າງປະ​ເທດມາ​ເລ​ເຊຍ ​ໄດ້ຮຽກຮ້ອງບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ຈົ່ງ​ເອົາປະຊາ​ຊົນ​ເປັນ​ໃຈກາງ, ພ້ອມ​ທັງ​ໝັ້ນ​ໝາຍວ່າ “ອາ​ຊຽນ ​ເອົາ​ປະຊາຊົນ​ເປັນ​ໃຈກາງ“ ຈະ​ແມ່ນ 1 ​ໃນ​ບັນດາ​ເນື້ອ​ໃນ​ໃນ​ປີ​ເປັນ​ປະທານ​ອາ​ຊຽນ 2015 ຂອງ​ມາ​ເລ​ເຊຍ. ​ໃນ​ສູນ​ທອນ​ພົດ​ອ່ານ​ທີ່​ເວທີ​ປາ​ໄສ​ສະ​ເຫຼີ​ມສະຫຼອງ​ອາ​ຊຽນ ປີ 2012 ຈັດ​ຂຶ້ນ​ທີ່​ນຄອນ​ຫຼວງ​ກົວ​ລາ​ລຳ​ເປີ ​ເມື່ອ​ວັນ​ທີ 5/10, ທ່ານ Anifah Aman ລັດຖະມົນຕີ​ການ​ຕ່າງປະ​ເທດ​ມາ​ເລ​ເຊຍ ​ເນັ້ນໜັກ​ວ່າ: ປະຊາ​ຄົມ​ອາ​ຊຽນ ​ດ້ວຍ​ບັນດາ​​ເສົາຄ້ຳຄື: ການ​ເມືອງ, ຄວາມ​ໝັ້ນຄົງ, ​ເສດຖະກິດ, ວັດທະນະທຳ, ສັງຄົມ….​ພຽງ​ແຕ່​ພັດທະນາ​ໄດ້ຖ້າ​ຫາກ​ວ່າ​ອົງການ​ພາກ​ພື້ນ​ນີ້​ເອົາ ປະຊາຊົນ​ເປັນ​ໃຈ​ກາງ, ກະຊວງຕ່າງປະ​ເທດ​ມາ​ເລ​ເຊຍ ຖື​ວ່າ ລັດຖະບານ​ປະ​ເທດ​ຕ່າງໆ​ຕ້ອງ​ສົ່ງ​ເສີມ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ປະຊາຊົນ​ທຸກ​ຊັ້ນຄົນ​ປະກອບ​ສຽງ​ເວົ້າ​ໃນ​ວິວັດ​ການ​ອອກ​ຄຳ​ຕັດສິນ​ຂອງ​ອາ​ຊຽນ, ​ເຂົ້າຮ່ວມ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ອາ​ຊຽນ.

   ເວລທີ​ປາ​ໄສ​ສະ​ເຫຼີ​ມສະຫຼອງ​ອາ​ຊຽນ ປີ 2012 ດ້ວຍ​ຫົວ​ຂໍ້ “ປະຊາ​ຄົມ​ອາ​ຊຽນ 2015: ອາຊຽນ​ ​ເອົາ​ປະຊາຊົນ​ເປັນ​ໃຈກາງ“ ​ໄດ້​ດຶງ​ດູດ​ການ​ເຂົ້າຮ່ວມ​ຂອງ​ຜູ້​ແທນ​ກ່ວາ 300 ທ່ານ​ມາ​ຈາກ​ບັນດາ​ອົງການ​ຈັດຕັ້ງສາກົນ, ບັນ​ດາ​ອົງການ​ທູຕານຸທູດ, ສະຖານ​ບັນ ​ແລະ ​ເຈົ້າໜ້າ​ທີ່​ລັດຖະບານ. ທ່ານ Nguyen Hong Thao ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ມາ​ເລ​​ເຊຍ ​ໄດ້​ເຂົ້າຮ່ວມ​ເວທີ​ປາ​ໄສ.

ຂ່າວ/ບົດ​ອື່ນ