ການເຈລະຈາຢູ່Yangon (ພາບ: qdnd.vn)
|
(vovworld) – ວັນທີ 30/3, ຢູ່ Yangon, ບັນດານັກເຈລະຈາຂອງລັດຖະບານ ມຽນມາ ແລະ ບັນດາກຸ່ມເຊື້ອຊາດຜິວພັນສ່ວນໜ້ອຍ ປະກອບອາວຸດ ບັນລຸໄດ້ຮ່າງຂໍ້ຕົກລົງຢຸດຍິງໃນທົ່ວປະເທດ (NCA) ດ້ວຍ 7 ພາກ, ສິ້ນສຸດການເຈລະຈາເອກະສານມາເປັນເວລາ 16 ເດືອນ. ຮ່າງຂໍ້ຕົກລົງນີ້ໄດ້ສ້າງສຳເລັດໃນມື້ທີ 7 ຂອງຮອບເຈລະຈາທີ 7 ລະຫວ່າງຄະນະກຳມະການສ້າງສັນຕິພາບສະຫະລັດ (UPWC) ຂອງ ລັດຖະບານ ມຽນມາ ແລະ ກຸ່ມປະສານງານຢຸດຍິງແຫ່ງຊາດ (NCCT) ຂອງ 16 ກຸ່ມເຊື້ອຊາດຜິວພັນສ່ວນໜ້ອຍທີ່ປະກອບອາວຸດ, ພາຍຫຼັງບັນດາຝ່າຍແກ້ໄຂໄດ້ 4 ຂໍ້ທີ່ຍັງຄົງຄ້າງ. ຜູ້ຕາງໜ້າຂອງສະພາແຫ່ງຊາດ, ບັນດາເຈົ້າໜ້າທີ່ການທະຫານ ແລະ ບັນດາລັດຖະມົນຕີວ່າການ ໄດ້ເຂົ້າຮ່ວມການເຈລະຈາໃນວັນທີ 30/3 ພາຍຫຼັງຖືກຢຸດສະງັກເປັນເວລາ 1 ອາທິດ.
ຜູ້ຕາງໜ້າບັນດາຝ່າຍເຊັນ NCA ຢ່າງເປັນທາງການໃນວັນທີ 31/3 ແລະ ຄາດວ່າ ບັນດາການນຳຂອງອຳນາດການປົກຄອງ ແລະ ບັນດາກຸ່ມປະກອບອາວຸດຈະຮັບຮອງເອົາຢູ່ Nay Pyi Daw ກ່ອນທີ່ຍື່ນສະເໜີຕໍ່ສະພາແຫ່ງຊາດ.