ມ້ຽນມາ ກຳນົດເວລາສຸດທ້າຍເພື່ອມອບອາວຸດຢູ່ລັດ Rakhine
(vovworld) - ອຳນາດການປົກຄອງ Rakhine ປະເທດມ້ຽນມາ ຫາກໍ່ອອກຄຳຂາດໂດຍກຳນົດເວລາສຸດທ້າຍແມ່ນວັນທີ 3/11, ປະຊາຊົນຢູ່ລັດນີ້ຕ້ອງມອບອາວຸດທຸກປະເພດໃຫ້ແກ່ບັນດາປ້ອມຕຳຫລວດ ແລະ ກຳລັງປ້ອງກັນຄວາມສະຫງົບ . ຢູ່ເທດສະບານຈຳນວນຫນຶ່ງໃນລັດ Rakhine ມີກຸ່ມຄົນຈຳນວນຫນຶ່ງພວມມີກົນອຸບາຍນຳໃຊ້ອາວຸດປະເພດຕ່າງໆເພື່ອດຳເນີນການຈາລະຈົນ ແລະ ປຸ້ນທຳລາຍ. ກ່ອນຫນ້ານັນ, ວັນທີ 31/10, ຫ້ອງວ່າການປະທານາທິບໍດີ ມ້ຽນມາ ໃຫ້ຮູ້ວ່າ: ໄດ້ພົບເຫັນບາງຫລັກຖານສະແດງໃຫ້ເຫັນວ່າທີ່ກ່ຽວຂ້ອງເຖິງກຳລັງປະກອບອາວຸດຂອງພວກຈາລະຈົນທີ່ມີການພົວພັນກັບບັນດາອົງການການເມືອງ, ອົງການຈັດຕັ້ງພາຍໃນ ແລະ ຕ່າງປະເທດພວມຢືນຢູ່ເບື້ອງຫລັງເພື່ອຊີ້ນຳການຈາລະຈົນຢູ່ລັດດັ່ງກ່າວ. ຄຳຖະແຫລງການໄດ້ຢືນຢັນວ່າ: ບັນດາສ່ວນບຸກຄົນ ແລະ ອົງການຈັດຕັ້ງກ່ຽວຂ້ອງດັ່ງກ່າວພວມຖືກສືບສວນ ແລະ ຈະຖືກຕັດສິນລົງໂທດຕາມກົດໝາຍ. ສປຊ ກໍສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ສະພາບການໃຊ້ຄວາມຮຸນແຮງສາສະຫນາຢູ່ລັດ Rakhine ພ້ອມທັງຮຽກຮ້ອງບັນດາຝ່າຍກ່ຽວຂ້ອງຈົ່ງລະງັບໃຈເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍຢູ່ເຂດນີ້.
/.