ມື້ເຮັດວຽກທີ 4 ຂອງກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກຊຸດທີ 12


ມື້ເຮັດວຽກທີ 4 ຂອງກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກຊຸດທີ 12 - ảnh 1
ມື້​ເຮັດ​ວຽກ​ທີ 4 ຂອງກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ຊຸດ​ທີ 12

(vovworld)- ວັນ​ທີ 12/10, ຊຶ່ງ​ແມ່ນມື້​ເຮັດ​ວຽກ​ທີ 4 ຂອງກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ຊຸດ​ທີ 12. ໃນ​ຕອນ​ເຊົ້າ, ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ເຮັດ​ວຽກ​ຢູ່​ຫໍ​ປະ​ຊຸມ, ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ແຜນ​ຮ່າງ “ ບາງ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ໃຫຍ່​ແນ​ໃສ່​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ, ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຕີບ​ໂຕ, ສະ​ມັດ​ຕະ​ພາບ​ການ​ອອກ​ແຮງ​ງານ, ກຳ​ລັງ​ແກ່ງ​ແຍ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ”.

      ຕອນ​ບ່າຍ​ຂອງວັນ​ດຽວ​ກັນ, ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ແຜນ​ຮ່າງ “ປະ​ຕິ​ບັດ​ວິ​ວັດ​ທະ​ນາ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເ​ສດ​ຖະ​ກິດ​ສາ​ກົ​ນ​ຢ່າ​ງ​ມີ​ປະ​ສິດ​ທິ​ຜົນ, ຮັກ​ສາ​ສະ​ຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ-ສັງ​ຄົມ​ໃນ​ສະ​ພາບ​ການ​ທີ່​ຫວຽດນາມເຂົ້າ​ຮ່ວມ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ລຸ່ນ​ໃໝ່”

 

 

ຂ່າວ/ບົດ​ອື່ນ