( vovworld ) - ວັນທີ 24/5, ເຊິ່ງແມ່ນມື້ເຮັດວຽກທີ 4 ຂອງກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຫວຽດນາມ ຊຸດທີ 13. ຕອນເຊົ້າວັນທີ 24/5, ບັນດາ ສສຊ ໄດ້ປຶກສາຫາລືຢູ່ໜ່ວຍກ່ຽວກັບການຕີລາຄາເພີ່ມເຕີ່ມໝາກຜົນແຫ່ງການປະຕິບັດແຜນການພັດທະນາເສດຖະກິດສັງຄົມ ແລະ ງົບປະມານແຫ່ງລັດໃນປີ 2011. ເລື່ອງຜັນຂະຫຍາຍປະຕິບັດແຜນການພັດທະນາເສດຖະກິດສັງຄົມ ແລະ ງົບປະມາແຫ່ງລັດໃນຊຸມເດືອນຕົ້ນປີ 2012. ບັນດາ ສສຊ ຍັງປຶກສາຫາລືກ່ຽວກັບສະຫຼຸບງົບປະມານແຫ່ງລັດປີ 2010 ແລະ ເລື່ອງເພີ່ມເຕີມບາງແຜນຮ່າງໃໝ່ນຳໃຊ້ແຫຼ່ງທຶນພັນທະບັດລັດຖະບານໄລຍະ 2012 – 2015.
ເມື່ອປຶກສາຫາລືບົດລາຍງານຂອງລັດຖະບານກ່ຽວກັບເສດຖະກິດສັງຄົມ ແລະ ງົບປະມານແຫ່ງລັດໃນຊຸມເດືອນຕົ້ນປີ 2012, ຄຳຄິດຄຳເຫັນເກືອບທັງໝົດຂອງບັນດາ ສສຊ ລ້ວນແຕ່ໄດ້ຖືວ່າ ບົດລາຍງານຂອງລັດຖະບານໄດ້ຕີລາຄາຢ່າງຮອບດ້ານບັນດາຜົນງານໃນເບື້ອງຕົ້ນກ່ຽວກັບເສດຖະກິດສັງຄົມ ແລະ ສິ່ງທ້າທ້າຍໃນຕໍ່ໜ້າ ແລະ ຍາວນານທີ່ມີຕໍ່ພື້ນຖານເສດຖະກິດ, ສັງຄົມ. ບົດລາຍງານຂອງລັດຖະບານໄດ້ຊີ້ແຈ້ງເຖິງບັນດາສັນຍານຫຼຸດລົງຂອງການເຕີບໂຕດ້ານເສດຖະກິດ. ລະດັບການເຕີບໂຕ GDP ໃນໄຕມາດທີ 1 ປີ 2012 ບັນລຸພຽງ 4%, ຕໍ່າກວ່າຫຼາຍເມື່ອທຽບໃສ່ໄລຍະດຽວກັນຂອງປີ 2011 ( 5,57% ). ຖ້າບໍ່ມີຄວາມຕັດສິນໃຈສູງແມ່ນຍາກທີ່ບັນລຸໄດ້ຈຸດໝາຍ GDP ທີ່ໄດ້ວາງອອກໃຫ້ທົ່ວປະເທດຄື 6 - 6,5%. ທ່ານປະທານສະພາແຫ່ງຊາດຫວຽດນາມ Nguyen Sinh Hung, ສສຊ ແຂວງ ຮ່າຕິ້ງ ໄດ້ຖືວ່າ, ບັນດາສິ່ງທ້າທ້າຍ, ຄວາມຫຍຸ້ງຍາກເຫັນໄດ້ຢ່າງຈະແຈ້ງ, ແຕ່ສິ່ງສຳຄັນແມ່ນສະພາແຫ່ງຊາດປະກອບສ່ວນວາງມາດຕະການແກ້ໄຂເພື່ອຕັດສິນໃຈຮັກສາລະດັບເຕີບໂຕ GDP ທີ່ໄດ້ວາງອອກ. ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ກໍສະເໜີໃຫ້ລັດຖະບານຄວນແກ້ໄຂການຮ້ອງທຸກ, ຮ້ອງຟ້ອງ ຢ່າງຂ້ຽວຂາດກວ່າອີກ ເພາະວ່າມາຮອດປະຈຸບັນຍັງມີຫຼາຍບັນຫາທີ່ຍັງຄົງຂ້າງ ແລະ ແກ່ຍາວ. ທ່ານ Le Van Lai, ສສຊ ແຂວງ ກວາງນາມ ໄດ້ສະເໜີຕໍ່ສະພາແຫ່ງຊາດເພີ່ມທະວີບ້ວງເງິນໜູນຊ່ວຍວິສາຫະກິດໃນປີ 2012. ທ່ານກ່າວວ່າ
“ ຂ້າພະເຈົ້າສະເໜີຕ້ອງເອົາໃຈໃສ່ເຖິງບ້ວງເງິນໜູນຊ່ວຍນີ້. ໃນຄັ້ງນີ້ຕ້ອງເອົາໃຈໃສ່ເຂົ້າໃນກະສິກຳ, ຊົນນະບົດ, ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ. ຂ້າພະເຈົ້າສະເໜີຕ້ອງຫຼຸດຜ່ອນການຮັດແໜ້ນເງິນຕາດ້ວຍຫຼາຍຮູບແບບ ເຮັດຄືແນວນັ້ນພື້ນຖານເສດຖະກິດຈຶ່ງພັດທະນາ.”