(VOVWORLD) -ຕໍ່ໜ້າສະພາບການຜັນແປຢ່າງສັບສົນຄືໃນປັດຈຸບັນຂອງໂລກລະບາດ Covid – 19, ປະຕູຖານຂໍ້ມູນແຫ່ງຊາດ ໄດ້ປະມວນຕື່ມອີກ 11 ບໍລິການສາທາລະນະທາງອອນລາຍຄື: ບໍລິການເກັບເງິນປັບໄໝການລະເມີດການບໍລິຫານໃນຂົງເຂດຄົມທະນາຄົມທາງບົກ, ເກັບອາກອນລາຍຮັບສ່ວນບຸນຄົນ…
ເວັບໄຊປະຕູຖານແຫ່ງຊາດ ຫວຽດນາມ |
ບັນດາບໍລິການນີ້ເພື່ອແນໃສ່ຈຳກັດເລື່ອງປະຊາຊົນ ໄປຍັງບັນດາສຳນັກງານອົງການແຫ່ງລັດ ປະຕິບັດບັນດາລະບຽບການ, ປະກອບສ່ວນປະຕິບັດໂປ່ງໃສ, ຮັບປະກັນສິດ ແລະ ຜົນປະໂຫຍດຂອງ ຜູ້ນຳໃຊ້ບໍລິການສາທາລະນະ. ຄາດຄະເນວ່າ, ແຕ່ລະປີ ມີ ປະຊາຊົນ 4,5 ລ້ານຄົນ ແລະ ວິສາຫະກິດ ໄດ້ຮັບຜົນປະໂຫຍດຈາກການເກັບຄ່າທຳນຽມລົງທະບຽນລົດໂອໂຕ, ລົດຈັກ ແລະ ອາດຈະເກັບອາກອນລາຍຮັບ ສ່ວນບຸກຄົນຈາກເງິນເດືອນ ຂອງ ປະຊາຊົນ 21 ລ້ານຄົນ.