ມີ 48 ຄົນເສຍຊີວິດໃນ ອຸບັດຕິເຫດເຮືອບິນຕົກຢູ່ໄຕຫວັນ, ຈີນ
(ມີ 48 ຄົນເສຍຊີວິດໃນອຸບັດຕິເຫດເຮືອບິນຕົກຢູ່ໄຕຫວັນ, ຈີນ)
(vovworld) – ຕອນເຊົ້າວັນທີ 24/07, ບໍລິສັດການບິນ TransAsia Airways ໄດ້ຢັ້ງຢືນວ່າມີ 48 ຄົນເສຍຊີວິດໃນອຸບັດຕິເຫດເຮືອບິນຕົກຢູ່ໄຕຫວັນ, ຈີນ ໃນຕອນຄໍ່າວັນທີ 23/07. ບັນດາຜູ້ຖືກບາດເຈັບໃນອຸບັດຕິເຫດພວມໄດ້ຮັບການປິ່ນປົວຢູ່ໂຮງໝໍທ້ອງຖິ່ນ. ທ່ານປະທານປະເທດຈີນ ສືຈິນພິງ ພວມໄປປະຕິບັດງານຢູ່ອາເມລິກາລາຕີນ ໄດ້ສະແດງຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ຕໍ່ອຸບັດຕິເຫດ ແລະ ຝາກຄຳແບ່ງເປົາຄວາມເສົ້າສະຫຼົດໃຈມາຍັງຄອບຄົວບັນດາປະສົບເຄາະຮ້າຍ.
ຕອນເຊົ້າວັນທີ 24/07, ສຳນັກຂ່າວສານສູນກາງໄຕຫວັນ (CNA) ໄດ້ອອກຂ່າວວ່າ ໃນຈຳນວນຜູ້ໂດຍສານ 58 ຄົນໃນເຮືອບິນປະສົບເຄາະຮ້າຍນັ້ນ ມີ 2 ຄົນຖືສັນຊາດຝລັ່ງ, ສ່ວນ 52 ຄົນ ແລະ ຈຸບິນ 4 ຄົນລ້ວນແຕ່ແມ່ນຊາວໄຕຫວັນ.
ປະຈູບັນ, TransAsia Airways ພວມສືບຕໍ່ພົວພັນກັບຄອບຄົວຜູ້ປະສົບເຄາະຮ້າຍ ແລະ ສັບຊ້ອນເພື່ອໃຫ້ເຂົາເຈົ້າມາສະໜາມບິນ Magong, ຢູ່ໝູ່ເກາະ Penghu. ບໍລິສັດການບິນ ກໍ່ພວມຕັ້ງໜ້າສົມທົບກັບອົງການການບິນໄຕຫວັນ ແລະ ຄະນະກຳມະການປອດໄພທາງການບິນໄຕຫວັນ ເພື່ອສືບສວນເຫດການ.