ທ່ານຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີ
ການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ
(vovworld) - ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - AMM 49, ວັນທີ 25/7, ຢູ່ນະຄອນຫຼວງວຽງຈັນ, ລາວ, ໄດ້ດຳເນີນກອງປະຊຸມລະຫວ່າງ ອາຊຽນກັບບັນດາປະເທດຄູ່ຮ່ວມມືຕາມກົນໄກ ອາຊຽນ + 1. ນິ້ແມ່ນກົນໄກຮ່ວມມືຢ່າງມີປະສິດທິຜົນລະຫວ່າງ ອາຊຽນກັບ 10 ປະເທດ ແລະ ອົງການການເມືອງຄື: ຈີນ, ສເກົາຫຼີ, ອາເມລິກາ, ຍີ່ປຸ່ນ, ອິນເດຍ, ການາດາ, ອົດສະຕາລີ, ລັດເຊຍ, ນິວຊີແລນ ແລະ ສະຫະພາບເອີລົບ.
ຕອນເຊົ້າວັນທີ 25/7, ດຳເນີນ 2 ກອງປະຊຸມໃນຂອບເຂດອາຊຽນ +1, ເຊິ່ງລວມມີອາຊຽນ - ຈີນ ແລະ ອາຊຽນ - ສເກົາຫຼີ. ທີ່ກອງປະຊຸມ ຕ່າງໆ, ອາຊຽນລ້ວນແຕ່ຕີລາຄາສູງບົດບາດຂອງບັນດາຄູ່ຮ່ວມມື; ຢືນຢັນບັນດາຄຳ ໝັ້ນສັນຍາສະໜັບສະໜູນຂອງບັນດາຄູ່ຮ່ວມມື, ເຊິ່ງແມ່ນກຳລັງໜູນພັດທະ ນາຢູ່ພາກພື້ນ, ຊ່ວຍໃຫ້ບັນດາປະເທດອາຊຽນ, ກໍ່ສ້າງ ແລະ ປັບປຸງປະຊາ ຄົມທີ່ຂະຫຍັນຂັນເຄື່ອນ ແລະ ພັດທະນາ. ບັນດາປະເທດ ອາຊຽນ ກໍ່ຖືວ່າ, ກົນໄກຄູ່ເຈລະຈາ ອາຊຽນ +1 ໄລຍະຫຼັງປີ 2015 ມີຄວາມໝາຍສຳຄັນພິ ເສດສຳລັບທີ່ຕັ້ງຂອງກຸ່ມ, ທັງແມ່ນນະໂຍ ບາຍບຸລິມະສິດຂອງອາຊຽນ.
ກ່ອນໜ້ານັ້ນ, ວັນທີ 24/7, ຢູ່ວາລະປະຊຸມຄົບຄະນະ ກອງປະຊຸມ AMM 49 ບັນດາປະເທດລ້ວນແຕ່ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງ ຮັກ ສາການພົວພັນລະຫວ່າງ ອາຊຽນກັບບັນດາຄູ່ຮ່ວມມື ແມ່ນຕ້ອງບົນພື້ນ ຖານ ເຄົາລົບເຊິ່ງກັນ ແລະ ກັນ ແລະ ຕ່າງຝ່າຍຕ່າງມີປະໂຫຍດ. ນຳໜ້າຄະນະຜູ້ແທນ ຫວຽດນາມເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ຍົກສູງຄວາມສຳຄັນຂອງການພົວພັນກັບບັນດາຄູ່ຮ່ວມມືຕາມຂອບເຂດ ອາຊຽນ + 1. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ເນັ້ນໜັກວ່າ, ອາຊຽນຄວນເສີມຂະຫຍາຍບົດບາດເປັນໃຈກາງໃນເລື່ອງສ້າງໂຄງປະກອບພາກພື້ນນາໆຊາດ, ນາໆຂົງເຂດ ແລະ ອີງໃສ່ກົດໝາຍ.