(ພາບປະກອບຈາກ RTE News)
|
(vovworld) – ວັນທີ 30/1, ຊ່ອງໂທລະພາບ “112 ຢູແກຼນ” ໄດ້ຄັດສະເໜີແຫຼ່ງຂ່າວຈາກສູນສື່ມວນຊົນບັ້ນຮົບຕ້ານກໍ່ການຮ້າຍຢູ່ພາກຕາເວັນອອກ ຢູແກຼນ ໃຫ້ຮູ້ວ່າສະພາບການຢູ່ເຂດສູ້ຮົບດຳເນີນໄປຢ່າງເຄັ່ງຕຶງ. ແຫຼ່ງຂ່າວໄດ້ຄັດສະເໜີບັນດາຄຳເວົ້າຂອງນາຍທະຫານ ຢູແກຼນ ຢູ່ສະຖານທີ່ແຫ່ງໜຶ່ງໃຫ້ຮູ້ວ່າ: ຕອນຄ່ຳວັນທີ 29/1, ກຳລັງຂອງ ສ. ປະຊາຊົນ Donetsk (DPR) ອ້າງຊື່ເອງ ໄດ້ຍິງລູກສອນໄພເຂົ້າເຂດຊຸມຊົນຫຼາຍແຫ່ງ. ໃນຂະນະນັ້ນ, ທ່ານຮອງຫົວໜ້າພະແນກພາຍໃນແຂວງ Donetsk Ilya Kiva ໄດ້ປະຕິເສດແຫຼ່ງຂ່າວກຳລັງທວງເອົາເອກະລາດໄດ້ປິດລ້ອມຢູ່ອ້ອມແອ້ມເຂດ Debaltsevo.