(VOVWORLD) -ຕາມລັດຖະດຳລັດ ແລ້ວ, ບັນດາມາດຕະການລົງໂທດທີ່ຈັດວາງໃສ່ວົງການການນຳຂັ້ນສູງສຸດຂອງ ລັດເຊຍ ຄື: ທ່ານປະທານາທິບໍດີ Vladimir Putin, ທ່ານນາຍົກລັດຖະມົນຕີ Mikhail Mishustin, ທ່ານລັດຖະມົນຕີການຕ່າງປະເທດ Sergei Lavrov, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Sergei Shoigu…
ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky (ພາບ: Sputnik.) |
ວັນທີ 9 ມິຖຸນາ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ລົງນາມລັດຖະດຳລັດວ່າດ້ວຍການໝູນໃຊ້ມາດຕະການລົງໂທດໃສ່ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ເຈົ້າໜ້າທີ່ບາງທ່ານຂອງລັດເຊຍ.
ຕາມລັດຖະດຳລັດ ແລ້ວ, ບັນດາມາດຕະການລົງໂທດທີ່ຈັດວາງໃສ່ວົງການການນຳຂັ້ນສູງສຸດຂອງ ລັດເຊຍ ຄື: ທ່ານປະທານາທິບໍດີ Vladimir Putin, ທ່ານນາຍົກລັດຖະມົນຕີ Mikhail Mishustin, ທ່ານລັດຖະມົນຕີການຕ່າງປະເທດ Sergei Lavrov, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Sergei Shoigu…
ຢູແກຼນ ກໍ່ໄດ້ເອົາຊື່ ຈຳນວນມະຫາວິທະຍາໄລຂອງ ລັດເຊຍ ແລະ ຜູ້ນຳຂອງບັນດາຮາກຖານການສຶກສາຂັ້ນມະຫາວິທະຍາໄລກ່ວາເຄິ່ງໜຶ່ງເຂົ້າບັນຊີລາຍຊື່ລົງໂທດດັ່ງກ່າວ.
ບັນດາມາດຕະການລົງໂທດລວມມີການ: ອາຍັດຊັບສິນ, ຈຳກັດການເຄື່ອນໄຫວທາງການຄ້າ ແລະ ສະກັດກັ້ນການຖອນຊັບສິນອອກຈາກຢູແກຼນ… ແລະ ໄດ້ນຳໃຊ້ບໍ່ມີການກຳນົດເວລາ.